ດັກລັກນຳຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບຂອງປະເທດຊາດນັບມື້ນັບກ້າວເຂົ້າສູ່ແທດຈິງ, ມີປະສິດທິຜົນ

(VOVWORLD) - ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ການຈັດຕັ້ງວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບຂອງປະເທດຊາດຄວນສືບຕໍ່ດຳເນີນໃນແຕ່ລະປີ, ມຸ່ງໄປເຖິງຮາກຖານ, ດຶງດູດປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ເພື່ອກາຍເປັນວັນບຸນໃຫຍ່ຂອງທົ່ວປວງຊົນຢ່າງແທ້ຈິງ.
ດັກລັກນຳຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບຂອງປະເທດຊາດນັບມື້ນັບກ້າວເຂົ້າສູ່ແທດຈິງ, ມີປະສິດທິຜົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ກ່າວຄຳເຫັນທີ່ພິທີ
(ພາບ:Tuấn Anh/TTXVN)

ຕອນເຊົ້າວັນທີ 14 ສິງຫາ, ໂດຍສືບຕໍ່ການໄປປະຕິບັດງານຢູ່ແຂວງ ດັກລັກ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ເຂົ້າຮ່ວມວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບຂອງປະເທດຊາດປີ 2023 ຢູ່ຕາແສງ ອານລາກ (ເທດສະບານ ບວນໂຮ່).

        ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເນັ້ນໜັກວ່າ: ໄລຍະຈະມາເຖິງ, ແຂວງ ດັກລັກ ຄວນສືບຕໍ່ນຳຂະບວນການທົ່ວປວງຊົນປົກປັກຮັກສາຄວາມສະຫງົບຂອງປະເທດຊາດໃຫ້ນັບມື້ນັບແທດຈິງ, ເສີມຂະຫຍາຍຢ່າງມີປະສິດທິຜົນ, ມີກຳລັງແຜ່ຂະຫຍາຍຢ່າງແຮງກັບບັນດາວິທີເຮັດທີ່ດີ; ລະດົມກຳລັງແຮງຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສ້າງຊີວິດການເປັນຢູ່ໃຫ້ມີຄວາມສະຫງົບສຸກ, ມີຄວາມຜາສຸກໃຫ້ແກ່ປະຊາຊົນ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ການຈັດຕັ້ງວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບຂອງປະເທດຊາດຄວນສືບຕໍ່ດຳເນີນໃນແຕ່ລະປີ, ມຸ່ງໄປເຖິງຮາກຖານ, ດຶງດູດປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ເພື່ອກາຍເປັນວັນບຸນໃຫຍ່ຂອງທົ່ວປວງຊົນຢ່າງແທ້ຈິງ. ທ້ອງຖິ່ນຄວນເອົາໃຈໃສ່ສ້າງຫຼາຍຮູບແບບທີ່ດີ, ວິທີການເຮັດທີ່ດີ ແລະ ຍ້ອງຍໍຊົມເຊີຍບັນດາຮູບແບບດີເດັ່ນໃນການປະຕິບັດຂະບວນການຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ