ດຶງດູດຊາວຫວຽດນາມຢູ່ຕ່າງປະເທດກັບຄືນມາປະກອບສ່ວນສ້າງສາປະເທດຊາດ

ດຶງດູດຊາວຫວຽດນາມຢູ່ຕ່າງປະເທດກັບຄືນມາປະກອບສ່ວນສ້າງສາປະເທດຊາດ - ảnh 1
ທ່ານ ຟຸ່ງ​ຊວນ​ຍ້າ ລັດ​ຖະ​ມົນ​ຕີ​ກະ​ຊວງ​
ສຶກ​ສາ​ທິ​ການ ແລະ ບຳ​ລຸງ​ສ້າງຫວຽດ​ນາມ
(ພາບ: moet.gov.vn)


(vovworld)- ຕອນ​ບ່າຍ ​ວັນ​ທີ 8/8, ຢູ່​ຮ່າ​ໂນ້ຍ, ທ່ານ ຟຸ່ງ​ຊວນ​ຍ້າ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ບຳ​ລຸງ​ສ້າງຫວຽດ​ນາມ ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມໂຕະ​ມົນ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ກັບ ​​ທ່ານ ສາດ​ສະ​ດາ​ຈານ ໂງ​ບ໋າວເຈົາ, ທ່ານ ສາດ​ສະ​ດາ​ຈານ ​ເລກ​ຄະ​ນິດ ມະ​ຫາ​ວິ​ທະ​ຍາ​ໄລ Chicago (ສະ​ຫະ​ລັດ​ອາ​ເມ​ລິ​ກາ), ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ລະ​ດັບ​ສູງ​ ກ່ຽວ​ກັບເລກ​ຄະ​ນິດ (ຫວຽດ​ນາມ); ທ່ານ ປອ. ຫງວຽນ​ແອງ​ຕວນ, ບັນ​ນາ​ທິ​ການ​ໃຫຍ່​ວາ​ລະສານ ແລະ ເຄືອ​ຂ່າຍ​ການ​ສຶກ​ສາ​ພົນ​ລະ​ເມືອ​ງ​ທົ່ວ​ໂລກ ມະ​ຫາ​ວິ​ທະ​ຍາ​ໄລ California Los Angeles ແລະ ທ່ານ ຮອງ​ສາດ​ສະ​ດາ​ຈ່ານ. ປອ. ຮ​ວ່າງ​ມິງ​ເຊີນ, ຜູ້​ອຳ​ນວຍ​ການ​ ​ມະ​ຫາ​ວິ​ທະ​ຍາ​ໄລ​ຊັບ​ພະ​ວິ​ຊາ​ຮ່າ​ໂນ້ຍ. ເນື້ອ​ໃນກ່ຽວ​ຂ້ອງ​ເຖິງ​ຫົວ​ຂໍ້: “ນະ​ໂຍ​ບາຍ​ດຶງ​ດູດ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ກັບ​ຄື​ມາ​ປະ​ກອບ​ສ່ວນ​ສ້າງ​ສາ​ປະ​ເທດ​ຊາດ”.

        ທີ່ກ​ອງ​ປະ​ຊຸມ​ໂຕະ​ມົນ, ບັນ​ດາ​ແຂກ​ທີ່​ຖຶກ​ເຊີນ ​ໄດ້ວິ​ເຄາະ​ສາ​ເຫດ​ບັນ​ດາ​ສິ່ງ​ຄົງ​ຄ້າງ ໃນ​ກົນ​ໄກ​ນະ​ໂຍ​ບາຍ​ປັດ​ຈຸ​ບັນ ແລະ ປຶກ​ສາ​ຫາ​ລື, ສະ​ເໜີ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ ເຊັ່ນ: ກົນ​ໄກ​ເພື່ອ​ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກາ​ສາ​ມາດ ​ເຂົ້າ​ຮ່ວມ​​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ ລັດ​ຖະ​ມົນ​ຕີ ຟຸ່ງ​ຊວນ​ຢ້າ ​ ເນັ້ນ​ໜັກ​ວ່າ:  ເພື່ອ​ປະ​ຕິ​ບັດ​ແຜນ​​ນະ​ໂຍ​ບາຍ​ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກາ​ສາ​ມາດ​ໃຫ້​ສຳ​ເລັດ ​ສິ່ງ​ສຳ​ຄັນ​ແມ່ນ​ສ້າງ​​ສະ​ພາບແວດ​ລ້ອມ​ ໃນ​ການ​ເຮັດວຽກ​​ທີ່​ດີ​ໃຫ້​ເຂົ້າ​ເຈົ້າ. . ທ່ານ ລັດ​ຖະ​ມົນ​ຕີ ຟຸ່ງ​ຊວນ​ຢ້າ ປາດ​ຖະ​ໜາ​ວ່າ: ນັກ​ຮຽນ, ນັກ​ສຶກ​ສາ, ທີ່​ກຳ​ລັງ​ຮ່ຳ​ຮຽນ ຢູ່​ຕ່າງ​ປະ​ເທດ ພາຍຫຼັງຮຽນ​ຈົບ ຈະ​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ