ດຶງ​ດູດ​ແຫຼ່ງ​ກຳ​ລັງ​ພາຍນອກ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນການ​ຕ້ານ​ການຊຸດ​​ໂຊມດ້ານ ເສດ​ຖະ​ກິດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງໝາກຜົນ 35 ປີ ຫວຽດນາມບັນລຸໄດ້ໃນການປ່ຽນແປງໃໝ່ປະເທດຊາດ, ໃນນັ້ນມີການປະກອບສ່ວນສຳຄັນຂອງຂະແໜງທາງການທູດ, ການປະກອບສ່ວນຂອງເອກອັກຄະລັດຖະທູດ 94 ທ່ານ ແລະ ຫົວໜ້າບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳບັນດາປະເທດ.


ດຶງ​ດູດ​ແຫຼ່ງ​ກຳ​ລັງ​ພາຍນອກ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນການ​ຕ້ານ​ການຊຸດ​​ໂຊມດ້ານ ເສດ​ຖະ​ກິດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ (ພາບ: VGP)

ຕອນບ່າຍວັນທີ 7 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ທີ່ໄດ້ແຕ່ງຕັ້ງໃນປີ 2020, ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈ້ງວ່າ: ຄວາມຮຽກຮ້ອງ “ການຕ້ານການຊຸດໂຊມແມ່ນຄືກັນກັບການຕ້ານສັດຕູ”

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງໝາກຜົນ 35 ປີ ຫວຽດນາມບັນລຸໄດ້ໃນການປ່ຽນແປງໃໝ່ປະເທດຊາດ, ໃນນັ້ນມີການປະກອບສ່ວນສຳຄັນຂອງຂະແໜງທາງການທູດ, ການປະກອບສ່ວນຂອງເອກອັກຄະລັດຖະທູດ 94 ທ່ານ ແລະ ຫົວໜ້າບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳບັນດາປະເທດ.

ທ່ານນາຍົກລັດຖະມົນຕີກໍ່ຍົກໃຫ້ເຫັນການຕີລາຄາຂອງ IMF ໂດຍຄາດຄະເນວ່າ GDP ຂອງ ຫວຽດນາມໃນປີ 2020 ຈະບັນລຸໄດ້ກ່ວາ 340,6 ຕື້ USD, ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໃນການພົວພັນຫຼາຍຝ່າຍ, ບັນດາຄູ່ຮ່ວມມື ແລະ ເພື່ອນມິດສາກົນ ລ້ວນແຕ່ຕີລາຄາສູງ ແລະ ຖືເປັນສຳຄັນບົດບາດ ແລະ ທີ່ຕັ້ງ ທີ່ນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ສືບຕໍ່ຍູ້ແຮງ ແລະ ເສີມຂະຫຍາຍວຽກງານຄົ້ນຄ້ວາ, ຄາດຄະເນຍຸດທະສາດ, ບັນດາຮູບແບບທີ່ສາມາດໝູນໃຊ້ຢູ່ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ