ດົ່ງທາບ: ເຊີດຊູນະຄອນຮ່ຳຮຽນທົ່ວໂລກຂອງ UNESCO

(VOVWORLD) -ນະຄອນ ກາວແລ້ງ ໄດ້ໝັ້ນໝາຍຢ່າງແຮງຕໍ່ຂົງເຂດຮ່ຳຮຽນຕະຫຼອດຊີວິດ; ທາງນະຄອນພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນ, ຂໍ້ລິເລີມຂອງຕົນ ໃນການຊຸກຍູ້ການຮ່ຳຮຽນຕະຫຼອດຊີວິດ
ດົ່ງທາບ: ເຊີດຊູນະຄອນຮ່ຳຮຽນທົ່ວໂລກຂອງ UNESCO - ảnh 1ພິທີເຊີດຊູສ່ວນບຸກຄົນມີຜົນງານດີເດັ່ນໃນການຮ່ຳຮຽນຕະຫຼອດຊີວິດ
(ພາບ: TTXVN)

ຕອນຄ່ຳວັນທີ 19 ພະຈິກ, ຢູ່ນະຄອນ ກາວແລ້ງ, ໄດ້ຈັດພິທີເຊີດຊູນະຄອນ ກາວແລ້ງ, ແຂວງ ດົ່ງທາບ ໄດ້ຈົດຊື່ເຂົ້າໃນເຄືອຂ່າຍບັນດານະຄອນຮ່ຳຮຽນທົ່ວໂລກຂອງອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO).

ຕາມທ່ານນາງ Miki Nozawa, ຫົວໜ້າຄະນສຶກສາ (ຫ້ອງການ UNESCO ປະຈຳ ຮ່າໂນ້ຍ) ແລ້ວ, ນະຄອນ ກາວແລ້ງ ໄດ້ໝັ້ນໝາຍຢ່າງແຮງຕໍ່ຂົງເຂດຮ່ຳຮຽນຕະຫຼອດຊີວິດ; ທາງນະຄອນພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນ, ຂໍ້ລິເລີມຂອງຕົນ ໃນການຊຸກຍູ້ການຮ່ຳຮຽນຕະຫຼອດຊີວິດ, ພິເສດແມ່ນຊຸກຍູ້ຄວາມມັກຮັກອ່ານປື້ມຂອງປະຊາຊົນນະຄອນ. ນັ້ນແມ່ນບັນດາສາຍເຫດສຳຄັນເພື່ອໃຫ້ນະຄອນ ກາວແລ້ງ ໄດ້ຈັດເຂົ້າເຄືອຂ່າຍນະຄອນ ຮໍ່າຮຽນ ທົ່ວໂລກຂອງ UNESCO.

ກ່ອນໜ້ານັ້ນ, ວັນທີ 02 ກັນຍາ 2022, ນະຄອນ ກາວແລ້ງ ໄດ້ກາຍເປັນໜຶ່ງໃນຈຳນວນ 77 ນະຄອນຂອງ 44 ປະເທດ ໄດ້ຈັດເຂົ້າເຄືອຂ່າຍດັ່ງກ່າວຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ