ດົ່ງ​ທາບ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ການ​ເຂົ້າ​ເມືອງ ແບບ​ຜິດ​ກົດ​ໝາຍ ຢ່າງ​ເຂັ້ມ​ງວດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຕັດເຕືອນວ່າ ໃນສະພາບການເກີດໂລກລະບາດໂຄວິດ - 19 ທີ່ຜັນແປໄປຢ່າງສັບສົນຢູ່ຫຼາຍປະເທດໃນໂລກນັ້ນ, ຄວາມສ່ຽງໂລກລະບາດໂຄວິດ - 19 ແຜ່ລາມໄປຍັງຫວຽດນາມ ຜ່ານເສັ້ນທາງເຂົ້າເມືອງ (ທັງຖືກຕ້ອງຕາມກົດໝາຍ ແລະ ຜິດກົດໝາຍ), ແລ້ວກໍ່ແຊກຊືມເຂົ້າພາຍໃນປະເທດຍິ່ງມີຄວາມເປັນໄປໄດ້ສູງທີ່ສຸດ.
ດົ່ງ​ທາບ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ການ​ເຂົ້າ​ເມືອງ ແບບ​ຜິດ​ກົດ​ໝາຍ ຢ່າງ​ເຂັ້ມ​ງວດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP)

ຕອນບ່າຍວັນທີ 28 ເມສາ, ຢູ່ນະຄອນ ກາວແລ້ງ (ແຂວງດົ່ງທາບ), ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ພ້ອມກັບຄະນະປະຕິບັດງານ ໄດ້ມີການເຮັດວຽກກັບແຂວງ ດົ່ງທາບ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນ ແຂວງ.

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຕັດເຕືອນວ່າ ໃນສະພາບການເກີດໂລກລະບາດໂຄວິດ - 19 ທີ່ຜັນແປໄປຢ່າງສັບສົນຢູ່ຫຼາຍປະເທດໃນໂລກນັ້ນ, ຄວາມສ່ຽງໂລກລະບາດໂຄວິດ - 19 ແຜ່ລາມໄປຍັງຫວຽດນາມ ຜ່ານເສັ້ນທາງເຂົ້າເມືອງ (ທັງຖືກຕ້ອງຕາມກົດໝາຍ ແລະ ຜິດກົດໝາຍ), ແລ້ວກໍ່ແຊກຊືມເຂົ້າພາຍໃນປະເທດຍິ່ງມີຄວາມເປັນໄປໄດ້ສູງທີ່ສຸດ.

        ໂດຍຕີລາຄາສູງບັນດາຄວາມມານະພະຍາຍາມຂອງດົ່ງທາບໃນວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດໂຄວິດ - 19, ພິເສດແມ່ນໃນການຄຸ້ມຄອງຊາຍແດນ ແລະ ການເຂົ້າເມືອງ, ທ່ານ ເຈືອງຮ່ວາບິ່ງ ກໍ່ຮຽກຮ້ອງໃຫ້ ແຂວງດົ່ງທາບ ສືບຕໍ່ເຊື່ອມຊຶມທັດສະນະ “ຕ້ານໂລກລະບາດຄືຕ້ານສັດຕູ” ຢ່າງເລິກເຊິ່ງ. ທາງແຂວງໄດ້ສຸມໃສ່ຢູ່ລະດັບສູງ ໃນການປະຕິບັດຍຸດທະສາດ ໃຊ້ຜ້າອັດປາກດັງ - ລ້າງມືຂ້າເຊື້ອ - ຮັກສາໄລຍະຫ່າງ - ບໍໍ່ເຕົ້າໂຮມຫຼາຍຄົນ - ແຈ້ງອາການສຸຂະພາບ ແລະ ວັກຊິນກັນໂຄວິດ - 19, ພ້ອມທັງຍູ້ແຮງການຖະແຫຼງຂ່າວເຜີຍແຜ່ຍົກສູງສະຕິຂອງປະຊາຊົນ, ຄວບຄຸ້ມຄົນເຂົ້າເມືອງ ຢ່າງເຂັ້ມງວດ, ສະກັດກັ້ນການເຂົ້າເມືອງແບບຜິດກົດໝາຍ, ເພີ່ມທະວີການກວດກາການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນຢູ່ໂຮງໝໍ, ໂຮງຮຽນ… ປັບໄໝບັນດາອົງການ, ສ່ວນບຸກຄົນລະເມີດຢ່າງເຂັ້ມງວດ, ຢຸດຕິການເຄື່ອນໄຫວຂອງຮາກຖານທີ່ບໍ່ຮັບປະກັນຄວາມປອດໄພຢ່າງເດັດຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ