ດັດຊະນີPAPIສືບຕໍ່ສ້າງບັນດາການກະທົບຫຼາຍພໍສົມຄວນຢູ່ຂັ້ນແຂວງແລະລະດັບຊາດ

ດັດຊະນີPAPIສືບຕໍ່ສ້າງບັນດາການກະທົບຫຼາຍພໍສົມຄວນຢູ່ຂັ້ນແຂວງແລະລະດັບຊາດ - ảnh 1
ການ​ປະ​ຊຸມ​ຂ່າວ​ປະ​ກາດ​ດັດ​ຊະ​ນີປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ
 ແລະ ບໍ​ລິ​ຫານ​ພາກ​ລັດ​ຂັ້ນ​ແຂວງ (PAPI) 2015
(ພາບ: hanoimoi)


(vovworld) - ​ດັດ​ຊະ​ນີ PAPI ສືບ​ຕໍ່​ສ້າງ​ບັນ​ດາ​ການ​ກະ​ທົບ​ຫຼ​າຍ​ພໍ​ສົມ​ຄວນ​ຢູ່​ຂັ້ນ​ແຂວງ​ແລະ​ລະ​ດັບ​ຊາດ. ນີ​້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ນາງ​ປະ​ລິ​ຍາ​ເອກ Pratibha Mahta, ຜູ້​ປະ​ສານ​ງານ​​ຢູ່ສະ​ຫະ​ປະ​ຊາ​ຊາດ ແລະ ຜູ້​ຕາງ​ໜ້າ​ຂອງ​ UNDP ປະ​ຈຳ​ຫວຽດ​ນາມ, ໃນ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ດັດ​ຊະ​ນີປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ພາກ​ລັດ​ຂັ້ນ​ແຂວງ (PAPI) 2015 ເຊິ່ງ​ດຳ​ເນີນ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 12/04 ຢູ່​ຮ່າ​ໂນ້ຍ. ທ່ານ​ນາງ Pratibha Mahta ເນັ້ນ​ໜັກ​ວ່າ, ​ກ່ອນ​ທີ່ດ​ຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ​ເຊິ່ງຈ​ະ​ຈັດ​ຕັ້ງ​ໃນ​ເດືອນ 05 ຈະ​ມາ​ເຖິງ, ບົດ​ລາຍ​ງານ PAPI ປີ 2015 ຈະ​ສະ​ໜອງ​ແຫຼ່ງ​ຂໍ້​ມູນ​ຂ່າວ​ ເພື່ອ​ໃຫ້​ກົງ​ຈັກ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ​ສັງ​ເກດ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ການ​ປະ​ຕິ​ຮູບ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ພາກ​ລັດ​ຂອງ​ປະ​ເທດ ໃນ​ໄລ​ຍ​ະ 5 ປີ​ຜ່ານ​ມາ, ພ້ອມ​​ທັງ​ກຳ​ນົດ​ມາດ​ຕະ​ຖານ, ຈຸດ​​ໝາຍໃນ​ໄລ​ຍະ​ຈະ​ມາ​ເຖິງ.

        “ຢູ່​ລະ​ດັບ​ຊາດ, ມີ​ຫຼາຍ​ອົງ​ການ​ນ​ຳສູນ​ກາງ​ໄດ້​ໃຊ້ດັດ​ຊະ​ນີ PAPI ເພື່ອ​ຊອກ​ຮູ້​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ, ສົ່ງ​ເສີມ​ກົນ​ໄກ​ຮັບ​ຜິດ​ຊອບ​ອະ​ພິ​ປາຍ​ສັງ​ຄົມ ແລະ ສືບ​ຕໍ່​ສະ​ໜອງ​ຂໍ້​ມ​ູນ​ຂ່າວ​ທີ່​ມີ​ຜົນ​ປະ​ໂຫຍດ​ໃຫ້​ບັນ​ດາ​ອົງ​ການ​ແຫ່ງ​ລັດ, ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ. ຄຽງ​ຂ້າງນັ້ນ, ບົດ​ລາຍ​ງານ PAPI 2015 ກໍ​ໄຈ້​ແຍກ​​ຢ່າງ​ລະ​ອຽດປະ​ສິດ​ທິ​ຜົນ​ແຫ່ງ​ການ​ຄຸມ​ຄອງ ແລະ ການ​ບໍ​ລິ​ຫານ​ພາກ​ລັດ​ຂັ້ນ​ແຂວງ ​ໃນ 6 ​ເນື້ອ​ໃນທີ່​ຂຶ້ນ​ກັບ​ຂອບ​ເຂດ​ຄົ້ນ​ຄວ້າ. ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່​ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ, ຂອງ​ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ແຂວງ ນາມດິ້ງ, ຮ່າ​ຕີ້ງ, ກວາງ​ຈິ້, ດ່ານັ້ງ ແລະ ລອງ​ອານ ແມ່ນ​ໜ້າ​ຮັບ​ຮູ້. 5 ແຂວງ, ນະ​ຄອນນີ້ ຍາມ​ໃດ​ກໍ່​ມີ​ຊື່​ໃນ​ກຸ່ມ​ແຂວງ, ນະ​ຄອນບັ​ນ​ລຸ​​ຄະ​ແນນສູງ​ສຸດໃນ​ຕະ​ຫຼອດ​ໄລ​ຍະ 5 ປີ​ຜ່ານ​ມາ”.

        ປະ​ຈຸ​ບັນ, ຢ່າງ​ໜ້ອຍ​ສຸດມ​ີ 2/3 ​ຈຳ​ນວ​ນ 63 ແຂວງ/ນະ​ຄອນ​ໃນ​ທົ່ວ​ປະ​ເທດ ພວມ​ນຳ​ໃຊ້​ດັດ​ຊະ​ນີ PAPI ​ເພື່ອເປັນ​ເຄື່ອງ​ມື​​ແນ​ໃສ່​ຕິດ​ຕາມ ແລະ ຕິດ​ຕາມກວດ​ກາ​ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ຂອງ​ລັດ​ຢູ່​ທ້ອ​ງ​ຖິ່ນ.

        ຢືນ​ຢັນ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຫວຽດ​ນາມ, ທ່ານນາງ Beatrice Maser Mallor, ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ວິດ​ ປະ​ຈຳ​ຫວຽດ​ນາມ ຖື​ວ່າ.

        “ປີ 2016 ໄດ້​ເປັນ​ຂີດ​ໝາຍ​ໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ຫວຽດ​ນາມ, ​ເຊິ່ງ​ແມ່ນວິ​ວັດ​ແຫ່ງ​ການ​ປະ​ຕິ​ຮູບທີ່ໄດ້​ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ໄດ້​ຮັບ​ຜົນ​ສຳ​ເລັດ​ກ່ຽວ​ກັບ​ການ​ພັ​ດ​ທະ​ນາ​. ໜູນ​ຊ່ວຍ​ການ​ປະ​ຕິ​ຮູບ​ພື້ນ​ຖານ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ຂອງ​ລັດ​ຍາມ​ໃດ​ກໍ່​ແມ່ນ​ບຸ​ລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ​ສະ​ວິດ ແລະ ຫວຽດ​ນາມ​ຕະ​ຫຼອດ​ໄລ​ຍະ 20 ປີ​ຜ່ານ​ມາ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ຂໍ້​ລິ​ເລີມນີ້ໄດ້ ແລະ ພວມ​ປະ​ກອບ​ສ່ວນ​ປ່ຽນ​ໃໝ່​ພື້ຶ້ນ​ຖານ​ການ​ຄຸ້ມ​ຄອງ​ຢູ່​ຫວຽດ​ນາມ, ຍ້ອນ​​ປະ​ຕິ​ບັດການ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ ​ຈະແມ່ນ​ພື້ນ​ຖານ​ເພື່ອ​ພັດ​ທະ​ນາກວ່າ​ອີກ, ມຸ່ງ​ໄປ​ເຖິງ​ຄວາມ​ວັດ​ທະ​ນາ​ຖາ​ວອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ​ທີ​ຄວາມຍຸ​ຕິ​ທຳ​ ແລະ ປະ​ຊາ​ທິ​ປະ​ໄຕ.”

ຂ່າວ/ບົດ​ອື່ນ