ດັດ​ຊະ​ນີ​ການ​ຜ​ະ​ລິດ​ອຸດ​ສາ​ຫະ​ກຳຢູ່ 55 ທ້ອງ​ຖິ່ນ​ເພີ່ມ​ຂຶ້ນ

(VOVWORLD) - ບາງທ້ອງຖິ່ນມີດັດຊະນີບັນລຸລະດັບເຕີບໂຕສູງພໍສົມຄວນ, ເຊັ່ນ: ຝຸທໍ້ (ກວ່າ 31%); ບັກຢາງ (ເກືອບ 25%); ບິ່ງເຟຶອກ (14,8%)…
 ດັດ​ຊະ​ນີ​ການ​ຜ​ະ​ລິດ​ອຸດ​ສາ​ຫະ​ກຳຢູ່ 55 ທ້ອງ​ຖິ່ນ​ເພີ່ມ​ຂຶ້ນ - ảnh 1ການຕໍ່ກ່ຳປັ່ນຢູ່ບໍລິສັດ  Austal  ຫວຽດນາມ ຢູ່ ແຂວງ ບ່າເຣ້ຍ - ຫວູງເຕົາ (ພາບເອກະສານ:TTXVN)

ທ້າຍອາທິດຜ່ານມາ, ກົມໃຫຍ່ສະຖິຕິໃຫ້ຮູ້ວ່າ ດັດຊະນີການຜະລິດອຸດສາຫະກຳ (IIP) ໃນ 5 ເດືອນຕົ້ນປີ 2024 ເພີ່ມຂຶ້ນຢູ່ 55/63 ທ້ອງຖິ່ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຕາມນັ້ນແລ້ວ, ບາງທ້ອງຖິ່ນມີດັດຊະນີບັນລຸລະດັບເຕີບໂຕສູງພໍສົມຄວນ, ເຊັ່ນ: ຝຸທໍ້ (ກວ່າ 31%); ບັກຢາງ (ເກືອບ 25%); ບິ່ງເຟຶອກ (14,8%)… ຕາມກົມໃຫຍ່ສະຖິຕິແລ້ວ, ບາງທ້ອງຖິ່ນມີດັດຊະນີ IIP ບັນລຸລະດັບເຕີບໂຕສູງພໍສົມຄວນນັ້ນ ແມ່ນຍ້ອນວ່າຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງ; ຂະແໜງຜະລິດ ແລະ ຈຳໜ່າຍໄຟຟ້າເຕີບໂຕສູງ. ການຜະລິດອຸດສາຫະກຳ ໃນເດືອນພຶດສະພາ ສືບຕໍ່ຮັກສາທ່າອ່ຽງເຕີບໂຕຢ່າງຕັ້ງໜ້າ; ຄືບັນລຸລະດັບ 3,9% ເມື່ອທຽບໃສ່ເດືອນກ່ອນ ແລະ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໄລ່ລວມ 5 ເດືອນຕົ້ນປີ, ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳບັນລຸລະດັບເຕີບໂຕ 6,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.


ຕອບກັບ

ຂ່າວ/ບົດ​ອື່ນ