ດັດຊະນີຈັດອັນດັບກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ຂອງ ຫວຽດນາມ ເລື່ອນຂຶ້ນ 11 ຂັ້ນ

(VOVWORLD) - ໄລ່ຮອດທ້າຍປີ 2023, ມີ 11/20 ດັດຊະນີສາມາດບັນລຸ ແລະ ລື່ນກາຍ ເມື່ອທຽບໃສ່ເປົ້າໝາຍຂອງຍຸດທະສາດຮອດປີ 2025.
ດັດຊະນີຈັດອັນດັບກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ຂອງ ຫວຽດນາມ ເລື່ອນຂຶ້ນ 11 ຂັ້ນ - ảnh 1(ທ່ານນາງ ຫງວຽນຖຸຍແອັງ, ຫົວໜ້າກຳມາທິການສັງຄົມ)

        ຕອນເຊົ້າວັນທີ 22 ພຶດສະພາ, ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນການປະຕິບັດບັນດາເປົ້າໝາຍແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍປີ 2023.

        ບົດລາຍງານໃຫ້ຮູ້ວ່າ, ໄລ່ຮອດທ້າຍປີ 2023, ມີ 11/20 ດັດຊະນີສາມາດບັນລຸ ແລະ ລື່ນກາຍ ເມື່ອທຽບໃສ່ເປົ້າໝາຍຂອງຍຸດທະສາດຮອດປີ 2025. ດັດຊະນີຈັດອັນດັບກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍຂອງ ຫວຽດນາມ ປີ 2023 ຢືນອັນດັບທີ 72/146 ປະເທດ, ເລື່ອນຂຶ້ນ 11 ຂັ້ນເມື່ອທຽບໃສ່ປີ 2022. ໃນຂົງເຂດການເມືອງ, ແມ່ຍິງນັບມື້ນັບເຂົ້າຮ່ວມຫຼາຍກວ່າ ເມື່ອເປັນຄັ້ງທຳອິດທີ່ອັດຕາແມ່ຍິງເປັນສະມາຊິກສະພາແຫ່ງຊາດຊຸດທີ XV ລື່ນກາຍ 30% ນັບແຕ່ສະພາແຫ່ງຊາດຊຸດທີ VI.

        ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ 100% ຄາດໝາຍເມື່ອທຽບໃສ່ເປົ້າໝາຍທີ່ໄດ້ວາງອອກໃນປີ 2025, ລັດຖະບານສະເໜີໃຫ້ສະພາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາການປະຕິບັດກົດໝາຍ, ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ບົດລາຍງານຜົນການກວດກາກ່ຽວກັບເນື້ອໃນດັ່ງກ່າວ, ທ່ານນາງ ຫງວຽນຖຸຍແອັງ, ຫົວໜ້າກຳມາທິການສັງຄົມ, ຊີ້ແຈ້ງວ່າ:

        “ສະເໜີໃຫ້ນາຍົກລັດຖະມົນຕີສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຍົກສູງຄຸນນະພາບການສົມທົບບັນດາຄວາມສະເໝີພາບລະຫວ່າງຍິງ - ຊາຍ, ປະກາດໃຊ້ບັນດາມາດຕະການຄວາມສະເໝີພາບລະຫວ່າງຍິງ - ຊາຍເພື່ອລົບລ້າງການຈຳແນກທາງເພດ, ກ້າວໄປເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍຢ່າງແທ້ຈິງ, ສືບຕໍ່ຈັດແບ່ງແຫຼ່ງກຳລັງເພື່ອປະຕິບັດ 7 ໂຄງການ, ແຜນຮ່າງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃຫ້ມີປະສິດທິຜົນ”.

ຕອບກັບ

ຂ່າວ/ບົດ​ອື່ນ