ດົນຕີກລາດສິກປະສານສຽງຢູ່ຕາມທ້ອງຖະໜົນດຶງດູດຂອງຜູ້ຟັງຮ່າໂນ້ຍຄືນໃໝ່

ດົນຕີກລາດສິກປະສານສຽງຢູ່ຕາມທ້ອງຖະໜົນດຶງດູດຂອງຜູ້ຟັງຮ່າໂນ້ຍຄືນໃໝ່ - ảnh 1
(ດົນຕີກລາດສິກປະສານສຽງຢູ່ຕາມທ້ອງຖະໜົນ
ດຶງດູດຂອງຜູ້ຟັງຮ່າໂນ້ຍຄືນໃໝ່)


(vovworld) – Luala Concert, ​ແມ່ນ​ລາຍການດົນ​ຕີປະສານ​ສຽງ​ຕາມ​ທ້ອງ​ຖະໜົນທີ່​ລື້ງ​ເຄີຍ​ຂອງ​ຜູ້​ນິຍົມ​ ດົນ​ຕີນະຄອນຫຼວງ​ຮ່າ​ໂນ້ຍ, ​ໄດ້​ກັບ​ຄືນສູ​່ສະ​ແດງ​ພາຍ​ຫຼັງ 1 ປີ​ຖືກ​ຕັດ​ຕອນ. Luala Concert ລະດູ​ໃບ​​ໄມ້​ຫຼົ່ນຕໍ່ລະ​ດູ​ໜາວ 2015 ຈະ​ດຳ​ເນີນ​​​​ໃນ​ລະຫວ່າງ​ວັນ​ທີ 15/11 ຮອດ​ວັນ​ທີ 13/12. ນັກ​ສິລະ​ປີນ ຫງວຽນ​ຄັ໋ກ​ແທ່ງ ​ໃຫ້​ຮູ້​ວ່າ, ​ລາຍການສະ​ແດງ​ຄັ້ງ​ນີ້​ຂອງ Luala Concert ຈະ​ມີ 5 ຫົວ​​ເລື່ອງ​ດົນຕີ​ແຕກ​ຕ່າງ​ກັນ ​ແລະ ​ໄດ້​ຮັບ​ການ​ລົງທຶນຢ່າງ​ສູງ​ກ່ຽວ​ກັບຄຸນ​ນະພາ​ບ, ມີ​ຫຼາຍ​ບົດ​ເພງ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ນຳມາສະ​ແດງ​ຮັບ​ໃຊ້​​ຜູ້​ຟັງ. ​

      ໃນ​ລາຍການ​ປີ​ນີ້ໄດ້​ມີ​ການ​ປະກອບສ່ວນ​ຂອງ​ບັນດາ​ນັກ​ສິລະ​ປິນໜຸ່ມ​ຂອງ​ຮ່າ​ໂນ້ຍ ​ແລະ ​ບັນດາ​ນັກ​ສິລະ​ປີນ​ເຊິ່ງ​ແມ່ນແຂກຖືກ​ເຊີນທັງຢູ່ ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ