ດິນຟ້າອາກາດ ຫວຽດນາມ - ການຮ່ວມມືດ້ານການສຶກສາ ແນໃສ່ບັນລຸໄດ້ການປ່ຽນແປງແບບຍືນຍົງຢູ່ບັນດາເຂດທົ່ງພຽງ

(VOVWORLD) - ວັນທີ 10 ເມສາ, ມະຫາວິທະຍາໄລຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ໄດ້ຈັດຕັ້ງການເລີ່ມປະຕິບັດໂຄງການ “ດິນຟ້າອາກາດ ຫວຽດນາມ - ການຮ່ວມມືດ້ານການສຶກສາແນໃສ່ບັນລຸໄດ້ການປ່ຽນແປງແບບຍືນຍົງຢູ່ບັນດາເຂດທົ່ງພຽງ ຫວຽດນາມ”, ດ້ວຍການເຂົ້າຮ່ວມຂອງບັນດາຄູ່ຮ່ວມມື ຫວຽດນາມ ແລະ ໂຮນລັງ.
ດິນຟ້າອາກາດ ຫວຽດນາມ - ການຮ່ວມມືດ້ານການສຶກສາ ແນໃສ່ບັນລຸໄດ້ການປ່ຽນແປງແບບຍືນຍົງຢູ່ບັນດາເຂດທົ່ງພຽງ - ảnh 1 ທ່ານ ຫວໍຕ໊ວນເຍິນ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ (ພາບ: baotainguyenmoitruong.vn)

        ກ່າວຄຳເຫັນທີ່ພິທີເລີ່ມປະຕິບັດໂຄງການ, ທ່ານ ຫວໍຕ໊ວນເຍິນ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຕີລາຄາສູງບັນດາມະຫາວິທະຍາໄລ ໂຮນລັງ ແລະ ຫວຽດນາມ ຮ່ວມມືກັນຍົກສູງຄຸນນະພາບການສຶກສາ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດກ່ຽວກັບຊັບພະຍາກອນນ້ຳຕາມການກຳນົດທິດປະຕິບັດຕົວຈິງ, ຝຶກງານ ແລະ ເໝາະສົບກັບຕະຫລາດແຮງງານ ກໍ່ຄືຂົງເຂດນ້ຳເວົ້າສະເພາະ.

        ໂຄງການ “ດິນຟ້າອາກາດ ຫວຽດນາມ - ການຮ່ວມມືດ້ານການສຶກສາແນໃສ່ບັນລຸໄດ້ການປ່ຽນແປງແບບຍືນຍົງຢູ່ບັນດາເຂດທົ່ງພຽງ ຫວຽດນາມ” ໂດຍລັດຖະບານ ໂຮນລັງ ອຸປະຖຳ, ໄລຍະປະຕິບັດແມ່ນແຕ່ປີ 2019 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ