ດັບ​ສູນ ເປົ້າ​ໝາຍ​ປະ​ກອບ​ອາ​ວຸດ ໃນ​ເຫດ​ຍິງປືນ​ຄັ້ງຫຼ້າ​ສຸດ​ຢູ່ ອາ​ເມ​ລິ​ກາ

(VOVWORLD) - ເຫດຍິງປືນໄດ້ເກີດຂຶ້ນໃນສະພາບການອຳນາດການປົກຄອງ ຂອງ ປະທານາທິບໍດີ ອາເມລິກາ Joe Biden ພວມກະກຽມວາງອອກບັນດາຂໍ້ສະເໜີ ເພື່ອແນໃສ່ເປີດກ້ວາງການຄວບຄຸມປືນ.
ດັບ​ສູນ ເປົ້າ​ໝາຍ​ປະ​ກອບ​ອາ​ວຸດ ໃນ​ເຫດ​ຍິງປືນ​ຄັ້ງຫຼ້າ​ສຸດ​ຢູ່ ອາ​ເມ​ລິ​ກາ - ảnh 1ສະຖານທີ່ເກີດເຫດ (ພາບ: TTXVN)

ຕອນເຊົ້າວັນທີ 13 ເມສາ (ຕາມເວລາ ຫວຽດນາມ), ສື່ມວນຊົນ ອາເມລິກາ ໃຫ້ຮູ້ວ່າ ຕຳຫຼວດ ໄດ້ດັບສູນເປົ້າໝາຍປະກອບອາວຸດ ໃນເຫດຍິງ ປືນ ຄັ້ງຫຼ້າສຸດຢູ່ ອາເມລິກາ. ຕາມ NBC News ແລ້ວ, ເປົ້າໝາຍແມ່ນເພດຊາຍ ແລະ ມີການປະກອບອາວຸດ. ກ່ອນໜ້ານັ້ນ, ພະແນກຕຳຫຼວດນະຄອນ Knoxville (KPD) ຂຶ້ນກັບ ລັດ Tennessee ທາງທິດຕາເວັນອອກສ່ຽງໃຕ້ ອາເມລິກາ ໄດ້ຢັ້ງຢືນວ່າ ມີຫຼາຍຄົນ ໃນນັ້ນມີຕຳຫຼວດ ຄົນ 1 ຖືກຍິງ ໃນເຫດຍິງປືນຢູ່ໂຮງຮຽນມັດທະຍົມ Austin East Magnet ຢູ່ນະຄອນນີ້. ວົງການເຈົ້າໜ້າທີ່ກໍ່ໄດ້ກັກຕົວເປົ້າໝາຍ ທີ 2 ເພື່ອຮັບໃຊ້ໃຫ້ແກ່ການສືບສວນ.

        ເຫດຍິງປືນໄດ້ເກີດຂຶ້ນໃນສະພາບການອຳນາດການປົກຄອງ ຂອງ ປະທານາທິບໍດີ ອາເມລິກາ Joe Biden ພວມກະກຽມວາງອອກບັນດາຂໍ້ສະເໜີ ເພື່ອແນໃສ່ເປີດກ້ວາງການຄວບຄຸມປືນ.

ຕອບກັບ

ຂ່າວ/ບົດ​ອື່ນ