ດູມາແຫ່ງຊາດ ລັດເຊຍ ອະນຸມັດຜ່ານສົນທິສັນຍາໂອນ ກ.ຣືມ ເຂົ້າ ສະຫະພັນລັດເຊຍ

ດູມາແຫ່ງຊາດ ລັດເຊຍ ອະນຸມັດຜ່ານສົນທິສັນຍາໂອນ ກ.ຣືມ ເຂົ້າ ສະຫະພັນລັດເຊຍ - ảnh 1
ດູ​ມາແຫ່ງ​ຊາດ ລັດ​ເຊຍ
(ພາບ: RIA Novosti)


(vovworld) - ວັນ​ທີ 21/03, ສະພາ​ສູງ​ລັດ​ເຊຍ ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ກ່ຽວ​ກັບ​ບັນຫາ​ໂອນ​ ກ.ຣືມ ​ເຂົ້າ​ສະຫະພັນ​ລັດ​ເຊຍ, ​ເພື່ອ​ແນ​ໃສ່​ສຳ​ເລັດ​ເລື່ອງອະ​ນຸມັດ​ຜ່ານ​ສົນ​ທິສັນຍາ​ໂອນ ​ກ.ຣືມ ​ເຂົ້າ​ສະຫະພັນ​ລັດ​ເຊຍ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 20/03, ສະພາ​ຕໍ່າ​ລັດ​ເຊຍ ​ໄດ້​ຮັບຮອງ​ເອົາ​ສົນ​ທິສັນຍາ​ສະບັບ​ໜຶ່ງເພື່ອ​ແນ​ໃສ່​ໂອນ ​ກ.ຣືມ ​ເຂົ້າ​ສະຫະພັນ​ລັດ​ເຊ​ຍ, ພາຍຫຼັງ​ທ່ານປະທານາທິບໍດີ​ລັດ​ເຊຍ Vladimer Putin ລົງ​ນາມ​ໃນ​ລັດຖະ​ດຳລັດ​ຮັບຮອງ​ ກ.ຣືມ ​ແມ່ນ​ປະ​ເທດ​ເອກະ​ລາດ.

    ໃນ​​ເຫດການ​ທີ່​ກ່ຽວ​ຂ້ອງ, ວັນ​ທີ 20/03, ກ່າວຄຳ​ເຫັນ​ທີ່ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ, ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ ຢູ​ແກຼນ Arsent Yatseniuk ຖະ​ແຫຼ​ງວ່າ ປະ​ເທດ​ນີ້​ຈະ​ບໍ່​ຟ້າ​ວຟັ່ງ​ນຳ​ໃຊ້ລະບອບ​ວີ​ຊາ​ສະ​ເພາະ​ສຳລັບ​ລັດ​ເຊ​ຍ. ຕາມ​ທ່ານ Yatseniuk ​ແລ້ວ, ຂໍ້​ລິ​ເລີ່​ມດັ່ງກ່າວ ​ບໍ່​ແມ່ນ​ວິທີ​ກະທົບ​ເຖິງ​ລັດ​ເຊຍ ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສາມາດ​ເປັນ​ການ​ກະທົບ​ທີ່​ຫຍໍ້​ທໍ້​ເຖິງ ​ປະຊາຊົນ ຢ​ແກຼມ ຍ້ອນ​ວ່າປະຊາຊົນ ຢູ​ແກຼມ ​ເປັນ​ຈຳນວນ​ຫຼວງ​ຫຍາ​ຍຢາກ​ຮັກສາ​ລະບອບ​ຍົກ​​ເວັ້ນ​ວີ​ຊາ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ປະກາດ​ບັນຊີ​ລາຍ​ຊື່​ລົງ​ໂທດ​ເພີມ​​​ເຕີມສຳລັບ​ບຸກຄົນ ​ແລະ ອົງການຈັດ​ຕັ້ງ​ຂອງ​ສະຫະພັນ​ລັດ​ເຊຍ. ທ່ານ Obama ກໍ່​ໄດ້​ຖະ​ແຫຼ​ງວ່າ ​ໄດ້​ລົງ​ນາມ​ລັດຖະດຳ​ລັດ​ອານຸຍາດ​​ໃຫ້ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ສຳລັບ​ຂະ​ແໜງ​ເສດຖະກິດ​ຕົ້ນ​ຕໍ່​ຕ່າງໆ​ຂອງ​ລັດ​ເຊຍ​ຄື: ການ​ບໍລິການ​ການ​ເງິນ, ພະລັງງານ, ຫຼອມ​ໂລຫະ, ອຸດສາຫະກຳ​ບໍ່​ແຮ່ ​ແລະ ຜະລິດກົນ​ຈັກ. ພາຍຫຼັງ​ທີ່​ອາ​ເມ​ລິ​ກາ ປະກາດ​ບັນຊີ​ລາຍ​ຊື່​ລົງ​ໂທດ​ເພີ່ມ​ເຕີ​ມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​​ແຈ້ງ​ບັນຊີ​ລາຍ​ຊື່​ລົງ​ໂທດ​ບັນດາ​ເຈົ້າ​ໜ້າ​ທີ່ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ