ດ່ານັ້ງ, 1.500 ຄົນເຂົ້າຮ່ວມການບໍລິຈາກເລືອດອາສາສະໝັກຄັ້ງທີ 7

(VOVWORLD) -ຕອນເຊົ້າວັນທີ 16 ມິຖຸນາ, ຄະນະຂົນຂວາຍບໍລິຈາກເລືອດອາສາສະໝັກນະຄອນດ່ານັ້ງ ໄດ້ຈັດລາຍການບໍລິຈາກເລືອດຄັ້ງທີ 7.

ດ່ານັ້ງ, 1.500 ຄົນເຂົ້າຮ່ວມການບໍລິຈາກເລືອດອາສາສະໝັກຄັ້ງທີ 7 - ảnh 1 1.500 ຄົນເຂົ້າຮ່ວມການບໍລິຈາກເລືອດອາສາສະໝັກຄັ້ງທີ 7

(ພາບ:hanhtrinhdo.vn)

ທີ່ລາຍການ, ມີຊາວໜຸ່ມ, ທະຫານ, ປະຊາຊົນກວ່າ 1.500 ຄົນເຂົ້າຮ່ວມ, ຄະນະໄດ້ຮັບເລືອດ 1.000 ຖົງ ເພື່ອສະໜອງໃຫ້ບັນດາໂຮງໝໍໃນບໍລິເວນນະຄອນດ່ານັ້ງ. ທ່ານ ຫງວຽນອຸ໊ດ, ຮອງຫົວໜ້າພະແນກສາທາລະນະສຸກນະຄອນດ່ານັ້ງ, ຮອງຄະນະຂົນຂວາຍການບໍລິຈາກເລືອດອາສາສະໝັກນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

        “ນະຄອນດ່ານັ້ງ ແມ່ນທ້ອງຖິ່ນນຳໜ້າໃນວຽກງານບໍລິຈາກເລືອດອາສາສະໝັກຂອງທົ່ວປະເທດ. ໃນຫຼາຍປີຜ່ານມາ, ນະຄອນໄດ້ຂົນຂວາຍແຫຼ່ງກຳລັງຫຼາຍຢ່າງເຂົ້າຮ່ວມການບໍລິຈາກເລືອດ ໄດ້ນຳມາເຊິ່ງໝາກຜົນອັນດີງາມ ແລະ ກອບກູ້ເອົາຊີວິດຄົນເຈັບໄດ້ນັບໝື່ນຄົນ. ໂດຍເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ທາງນະຄອນສືບຕໍ່ຂົນຂວາຍທຸກຄົນເຂົ້າຮ່ວມການບໍລິຈາກເລືອດອາສາສະໝັກ”.

ຕອບກັບ

ຂ່າວ/ບົດ​ອື່ນ