ດ່ານັ້ງ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນຕື່ມອີກ 45 ຄົນ

(VOVWORLD) - ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນຕື່ມອີກ 45 ຄົນ, ເຊິ່ງພວມແຍກຕົວຢູ່ບັນດາຮາກຖານແພດ ດ່ານັ້ງ.

ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ໄລ່ຮອດເວລາ 23 ໂມງ (ຕາມເວລາ UTC) ຂອງວັນທີ 30 ກໍລະກົດ, ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນຕື່ມອີກ 45 ຄົນ, ເຊິ່ງພວມແຍກຕົວຢູ່ບັນດາຮາກຖານແພດ ດ່ານັ້ງ. ຜູ້ຕິດເຊື້ອ 45 ຄົນດັ່ງກ່າວມີອາຍຸແຕ່ 27 – 87 ປີ, ໃນນັ້ນມີ: 33 ກໍລະນີຢູ່ໂຮງໝໍດ່ານັ້ງ, 4 ກໍລະນີຢູ່ໂຮງໝໍປອດດ່ານັ້ງ, 2 ກໍລະນີຢູ່ໂຮງໝໍກ້ອນເບົ້າ - ມະເຮັງ ດ່ານັ້ງ, 4 ກໍລະນີຢູ່ໂຮງແຮມທີ່ຈັດໃຫ້ບ່ອນແຍກຕົວຄົນເຈັບປິ່ນປົວໝາກໄຂ່ຫຼັງຂອງໂຮງໝໍດ່ານັ້ງ, ເມືອງ ເຊີນຈ່າ, 2 ກໍລະນີຢູ່ສູນການແພດ ເກິມເລະ, ດ່ານັ້ງ.

        ຜ່ານການກວດກາ, ຕິດຕາມເປົ້າລະວັງໂລກລະບາດ, ສູນຄວບຄຸມໂລກລະບາດດ່ານັ້ງ ໄດ້ເກັບເອົາຕົວຢ່າງ, ວິໄຈບັນດາກໍລະນີຖືກແຍກຕົວຢູ່ຮາກຖານການແພດ, ໝາກຜົນການວິໄຈໃນວັນທີ 30 ກໍລະກົດ ໃຫ້ເຫັນວ່າ 45 ຕົວຢ່າງແມ່ນມີຜົນເປັນບວກກັບໄວຣັດ SARS-CoV-2.

        ສະນັ້ນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດແມ່ນ 509 ຄົນ, ໃນນັ້ນຜູ້ຕິດເຊື້ອໃໝ່ໃນຊຸມຊົນນັບແຕ່ວັນທີ 25 ກໍລະກົດ ແມ່ນ 93 ຄົນ. ໄລ່ຮອດຈຸດເວລານີ້, ມີຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບການປິ່ນປົວຫາຍດີແມ່ນ 369/509 ຄົນ. ບໍ່ມີຜູ້ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ