ດ່າ​ນັງ, ກວາງ​ນິງ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​​ຜູ້​ທຳ​ອິດ​ໃນ​ໂອ​ກາດ​ບຸນ​ເຕັດ

(VOVWORLD) - ປີ 2023, ກວາງນິງ ຫວັງວ່າ ຈະຕ້ອນຮັບແຂກທ່ອງທ່ຽວປະມານ 12.5 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນປະມານ 2.5 ລ້ານເທື່ອຄົນ.
ດ່າ​ນັງ, ກວາງ​ນິງ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​​ຜູ້​ທຳ​ອິດ​ໃນ​ໂອ​ກາດ​ບຸນ​ເຕັດ - ảnh 1

ກຳປັ່ນ Silver Spirit ສົ່ງແຂກມາທ່ຽວ ທ່ອງທຽວ (ພາບ: TTXVN)

   ຕອນເຊົ້າວັນທີ 22 ມັງກອນ ກົງກັບວັນທີ 1 ບຸນເຕັກປີແມວ, ພະແນກທ່ອງທ່ຽວນະຄອນ ດ່ານັງ ສົມທົບກັບທ່າອາກາດສະຍານສາກົນ ດ່ານັງ ແລະ ບັນດາຫົວໜ່ວຍກ່ຽວຂ້ອງ ຈັດພິທີຕອນຮັບແຂກທ່ອງທ່ຽວມາຈາກ ສ.ເກົາຫຼີ ລວມ 170 ຄົນ ຊື່ງແມ່ນແຂກຜູ້ທຳອິດມານະຄອນ ໃນຊຸມວັນຕົ້ນປີໃໝ່. ພິທີຕ້ອນຮັບຈັດຂຶ້ນຢູ່ສະໜາມບິນສາກົນ ດ່ານັງ ດ້ວຍການຟ້ອນສິງໂຕ, ມອບດອກໄມ້ ແລະ ຂອງຕ້ອນທີ່ນະນຶກ. ໃນຕອນເຊົ້າຂອງວັນດຽວກັນ, ດ່ານັງ ກໍ່ໄດ້ຕ້ອນຮັບແຂກທ່ອງທ່ຽວ 165 ຄົນມາຈາກ ຮ່າໂນ້ຍ ເຊັ່ນດຽວກັນ.

   ແລະ ກໍ່ໃນຕອນເຊົ້າວັນທີ 1 ຂອງບຸນເຕັດປີແມວ 2023, ຢູ່ທ່າກຳປັ່ນແຂກທ່ອງທ່ຽວສາກົນ ຮະລອງ ແລະ ຕວັນເຈົາ, ຄະນະກຳມະການ ປຊຊ ແຂວງ ກວາງນິງ ໄດ້ຈັດພິທີຕ້ອນຮັບແຂກຜູ້ທຳອິດມາທ່ອງທ່ຽວ ລວມ 250 ຄົນໃນກຳປັ່ນສາກົນ Silver Spirit, ຈາກ ຮົງກົງ (ຈີນ) ຊື່ງແມ່ນແຂກນາໆຊາດ ແລະ ຫຼັງຈາກນັ້ນກຳປັ່ນ Silver Spirit ຈະໄປ ດ່ານັງ, ນະຄອນໂຮ່ຈິມິນ.

   ປີ 2023, ກວາງນິງ ຫວັງວ່າ ຈະຕ້ອນຮັບແຂກທ່ອງທ່ຽວປະມານ 12.5 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນປະມານ 2.5 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ