ດ່າ​ນັ້ງ ຍູ​້​ແຮງການກໍ່​ສ້າງ​ນະ​ຄອນ​ອັດ​ສະ​ລິຍ​ະ

(VOVWORLD) -ວັນທີ 26 ກັນຍາ, ພະແນກຖະແຫຼງຂ່າວ ແລະ ການສື່ສານ ນະຄອນດ່ານັ້ງ ໄດ້ສົມທົບກັບບໍລິສັດ Microsoft ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ : “ມາດຕະການໃຫ້ແກ່ນະຄອນອັດສະລິຍະ”. ທີ່ກອງປະຊຸມ, ບັນດານັກຊ່ຽວຊານໄດ້ວາງອອກບັນດາມາດຕະການຜັນຂະຫຍາຍການກໍ່ສ້າງນະຄອນອັດສະລິຍະຢູ່ດ່ານັ້ງ.
ດ່າ​ນັ້ງ ຍູ​້​ແຮງການກໍ່​ສ້າງ​ນະ​ຄອນ​ອັດ​ສະ​ລິຍ​ະ - ảnh 1 ທ່ານ ຟ້າມເທ໊ເຈື່ອງ, ຜູ້ອຳນວຍການໃຫຍ່ບໍລິສັດ Microsoft ຫວຽດນາມ (ພາບ: TTXVN)

ທ່ານ ຟ້າມເທ໊ເຈື່ອງ, ຜູ້ອຳນວຍການໃຫຍ່ບໍລິສັດ Microsoft ຫວຽດນາມໃຫ້ຮູ້ວ່າ: ດ່ານັ້ງ ແມ່ນນະຄອນທີ່ມີຄວາມສາມາດບົ່ມຊ້ອນຢ່າງຫຼວງຫຼາຍເພື່ອ ກາຍເປັນນະຄອນອັດສະລິຍະຢືນຢູ່ແຖວໜ້າຂອງປະເທດ. ດ່ານັ້ງມີນະໂຍບາຍເປີດອົກເປີດໃຈ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດາວິສາຫະກິດລົງທຶນເຕັກໂນໂລຢີ. ໃນອະນາຄົດ, Microsoft ຈະເລືອກເອົາດ່ານັ້ງເພື່ອຮ່ວມມືໃນຫຼາຍຂົງເຂດເຕັກໂນໂລຢີ, ເພື່ອແນໃສ່ກໍ່ສ້າງນະຄອນນີ້ໃຫ້ກາຍເປັນນະຄອນອັດສະລິຍະ.

        ກອງປະຊຸມສຳມະນາແມ່ນໂອກາດທີ່ດີເພື່ອໃຫ້ນະຄອນຖອດຖອນບົດຮຽນ, ປະສົບການຈາກບັນດາປະເທດຕ່າງໆ, ຈາກນັ້ນອາດຈະກໍ່ສ້າງໂຄງການ, ແຜນຮ່າງນະຄອນອັດສະລິຍະທີ່ເໝາະສົມທີ່ສຸດກັບເງື່ອນໄຂທີ່ມີຢູ່ແລ້ວ. ເພື່ອຜັນຂະຫຍາຍການກໍ່ສ້າງນະຄອນອັດສະລິຍະໃຫ້ປະສົບຜົນສຳເລັດ, ໃນໄລຍະຈະມາເຖິງ, ນະຄອນຕ້ອງເພີ່ມທະວີການຮ່ວມມືກັບສາກົນ, ຂົນຂວາຍ, ລະດົມແຫຼ່ງກຳລັງ, ບົດຮຽນ, ປະສົບການ ແລະ ເຕັກໂນໂລຢີຈາກບັນດາອົງການຈັດຕັ້ງ, ວິສາຫະກິດ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ