ດ່ານັ້ງ ຕັ້ງດ່ານກວດກາຢູ່ທາງເຂົ້າ-ອອກນະຄອນ 8 ດ່ານ

(VOVWORLD) -ດ່ານກວດກາແຕ່ລະບ່ອນ, ກຳລັງເຈົ້າໜ້າທີ່ລະຫວ່າງຂະແໜງການມີໜ້າທີ່ຄວບຄຸມ, ກວດພົບ, ສະກັດກັ້ນ, ບໍ່ປະໃຫ້ປະຊາຊົນ ແລະ ພາຫະນະເຂົ້າ-ອອກນະຄອນ ເວັ້ນເສຍແຕ່ກໍລະນີພິເສດ

ດ່ານັ້ງ ຕັ້ງດ່ານກວດກາຢູ່ທາງເຂົ້າ-ອອກນະຄອນ 8 ດ່ານ - ảnh 1 ດ່ານກວດກາຢູ່ຕາມທາງເຂົ້າ-ອອກນະຄອນດ່ານັ້ງ

(ພາບ: zingnews.vn)

ວັນທີ 31 ກໍລະກົດ, ເພື່ອແນໃສ່ເພີ່ມທະວີວຽກງານກວດກາ, ປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ-19, ກຳລັງເຈົ້າໜ້າທີ່ລະຫວ່າງຂະແໜງການໄດ້ຕັ້ງດ່ານກວດກາຢູ່ຕາມທາງເຂົ້າ-ອອກນະຄອນດ່ານັ້ງ 8 ດ່ານ. ຢູ່ດ່ານກວດກາແຕ່ລະບ່ອນ, ກຳລັງເຈົ້າໜ້າທີ່ລະຫວ່າງຂະແໜງການມີໜ້າທີ່ຄວບຄຸມ, ກວດພົບ, ສະກັດກັ້ນ, ບໍ່ປະໃຫ້ປະຊາຊົນ ແລະ ພາຫະນະເຂົ້າ-ອອກນະຄອນ ເວັ້ນເສຍແຕ່ກໍລະນີພິເສດທາງລັດຖະການ, ລົດນຳສົ່ງຄົນເຈັບໄປເຫ້ວ, ບັນດາກໍລະນີສະໜອງທັນຍາຫານ, ອາຫານການກິນທີ່ຈຳເປັນ… ບັນດາອົງການທີ່ມີໜ້າທີ່ກໍໂຄສະນາໃຫ້ຊາວຕ່າງປະເທດ, ພົນລະເມືອງຫວຽດນາມ ປະຕິບັດຕາມການແນະນຳຂອງດ່ານກວດກາ. ບັນດາກໍລະນີບໍ່ປະຕິບັດຈະຖືກແກ້ໄຂຕາມຂໍ້ກຳນົດຂອງກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ