ດ່ານັ້ງ ຕ້ອນຮັບຄະນະນັກທ່ອງທ່ຽວ MICE ຢ່າງລຽນຕິດ, ສັນຍານຟື້ນຟູຂະແໜງທ່ອງທ່ຽວ

(VOVWORLD) -ນີ້ແມ່ນສັນຍານທີ່ເປັນໜ້າປະເອີບໃຈກ່ຽວກັບການທ່ອງທ່ຽວ ດ່ານັ້ງ ທີ່ພວມໄດ້ຮັບການຟື້ນຟູຢ່າງແຮງ ແລະ ແມ່ນສະຖານທີ່ທ່ອງທ່ຽວແຖວໜ້າກ່ຽວກັບການທ່ອງທ່ຽວ MICE.
ດ່ານັ້ງ ຕ້ອນຮັບຄະນະນັກທ່ອງທ່ຽວ MICE ຢ່າງລຽນຕິດ, ສັນຍານຟື້ນຟູຂະແໜງທ່ອງທ່ຽວ - ảnh 1ຄະນະນັກທ່ອງທ່ຽວ MICE
(ພາບ: TTXVN)

ໃນຊຸມມື້ຜ່ານມາ, ດ່ານັ້ງ ໄດ້ຕ້ອນຮັບຄະນະນັກທ່ອງທ່ຽວ MICE ຢ່າງລຽນຕິດ. MICE ແມ່ນຮູບແບບການທ່ອງທ່ຽວສົມທົບກັບການຈັດກອງປະຊຸມ, ການສຳມະນາ, ພັກຜ່ອນບຳລຸງສຸຂະພາບ. ນີ້ແມ່ນສັນຍານທີ່ເປັນໜ້າປະເອີບໃຈກ່ຽວກັບການທ່ອງທ່ຽວ ດ່ານັ້ງ ທີ່ພວມໄດ້ຮັບການຟື້ນຟູຢ່າງແຮງ ແລະ ແມ່ນສະຖານທີ່ທ່ອງທ່ຽວແຖວໜ້າກ່ຽວກັບການທ່ອງທ່ຽວ MICE.

        ເພື່ອກະຕຸ້ນຄະນະນັກທ່ອງທ່ຽວ MICE ທາງນະຄອນຈະໜູນຊ່ວຍຈັດເຫດການຢູ່ຫາດຊາຍທະເລຖ້າມີຄວາມຕ້ອງການ. ດ້ວຍເຫດການມີປັດໃຈຕ່າງປະເທດ, ພະແນກພົວພັນຕ່າງປະເທດໄດ້ໜູນຊ່ວຍເລື່ອງອະນຸຍາດໃຫ້ຈັດກອງປະຊຸມ - ການສຳມະນາໃນໄລຍະໄວທີ່ສຸດ. ທ່ານ ກາວຈິຢຸງ, ປະທານສະມາຄົມທ່ອງທ່ຽວ ດ່ານັ້ງ, ໃຫ້ຮູ້ວ່າ:

        “ດ່ານັ້ງ ທັງແມ່ນສະຖານທີ່ຈັດເຫດການທ່ອງທ່ຽວແຖວໜ້າຢູ່ ອາຊີ, ທັງມີນະໂຍບາຍຂອງການນຳນະຄອນ, ພະແນກທ່ອງທ່ຽວ ໃນການສົ່ງເສີມຕະຫຼາດນັກທ່ອງທ່ຽວ MICE ມາ ດ່ານັ້ງ. ພວກຂ້າພະເຈົ້າຈະສືບຕໍ່ຮຽກຮ້ອງໃຫ້ວິສາຫະກິດ ກໍຄືສົມທົບກັບອົງການຄຸ້ມຄອງລັດ ເພື່ອຍົກອອກບາງນະໂຍບາຍພິເສດໃໝ່ໃຫ້ແກ່ຕະຫຼາດນັກທ່ອງທ່ຽວ MICE ຕື່ມອີກ ເພື່ອຟື້ນຟູໜຶ່ງໃນບັນດາແຫຼ່ງນັກທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ ພ້ອມກັບຕະຫຼາດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ