ດ່າ​ນັ້ງ ​ຕ້ອນ​ຮັບ​ຖ້ຽວ​ບິນ​ທຳ​ອິດ​ທີ່​ເດີນ​ທາງມາ​ຈາກ ມານ​ີ​ລາ

(VOVWORLD) - ຢູ່ສະໜາມບິນສາກົນດ່ານັ້ງ, ບັນດາຜູ້ໂດຍສານຂອງຖ້ຽວບິນທຳອິດໄດ້ຮັບການຕ້ອນຮັບຢ່າງສຸດຈິດສຸດໃຈ ດ້ວຍລາຍການສະແດງສິລະປະພື້ນເມືອງ ຫວຽດນາມ. 
ດ່າ​ນັ້ງ ​ຕ້ອນ​ຮັບ​ຖ້ຽວ​ບິນ​ທຳ​ອິດ​ທີ່​ເດີນ​ທາງມາ​ຈາກ ມານ​ີ​ລາ - ảnh 1ພິທີຕັກແຖບຜ້າ (ພາບ: TTXVN)

ຕອນຄ່ຳວັນທີ 7 ທັນວາ, ຖ້ຽວບິນທຳອິດທີ່ມີໝາຍເລກ 5J 5756 ເດີນທາງມາຈາກ ມານີລາ (ຟີລິບປິນ) ໄດ້ລົງຈອດຢູ່ສະໜາມບິນສາກົນ ດ່ານັ້ງ, ນຳຜູ້ໂດຍສານ ຊາວ ຟີລິບປິນ 177 ຄົນ ມາທ່ອງທ່ຽວ, ນຳໃຊ້ການບໍລິການທ່ອງທ່ຽວຢູ່ນະຄອນ. ນີ້ແມ່ນຖ້ຽວບິນໂດຍ ບໍລິສັດການບິນ Cebu Pacific Air ຂຸດຄົ້ນ, ດ້ວຍຈຳນວນ 3 ຖ້ຽວ/ອາທິດ ໃນວັນອັງຄານ, ວັດພະຫັດ ແລະ ວັນເສົາ.

ຢູ່ສະໜາມບິນສາກົນດ່ານັ້ງ, ບັນດາຜູ້ໂດຍສານຂອງຖ້ຽວບິນທຳອິດໄດ້ຮັບການຕ້ອນຮັບຢ່າງສຸດຈິດສຸດໃຈ ດ້ວຍລາຍການສະແດງສິລະປະພື້ນເມືອງ ຫວຽດນາມ. ທີ່ພິທີ, ບັນດາຜູ້ແທນໄດ້ປະຕິບັດພິທີຕັດແຖບຜ້າໄຂເສັ້ນທາງການບິນໃໝ່.

ເນື່ອງໃນໂອກາດນີ້, ພະແນກການທ່ອງທ່ຽວນະຄອນດ່ານັ້ງ ກໍ່ໄດ້ຈັດພິທີຕ້ອນຮັບຄະນະ famtrip ການທ່ອງທ່ຽວ, ຄະນະ presstrip ແລະ KOLs ຟີລິບປິນ ທີ່ມາລົງຕິວຈິງ, ສຳຫຼວດ ຜະລິດຕະພັນ, ການບໍລິການທ່ອງທ່ຽວຢູ່ດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ