ດານັ້ງ ນອນໃນບັນຊີລາຍຊື່ສະໜາມບິນ 10 ແຫ່ງທີ່ປັບປຸງໃຫ້ດີທີ່ສຸດໃນໂລກ

(VOVWORLD) - ປະເພດສະໜາມບິນພາກພື້ນດີທີ່ສຸດອາຊີ ແມ່ນຮັບໃຊ້ການບິນຢູ່ພາຍໃນປະເທດ, ພາກພື້ນເປັນຕົ້ນ. ນີ້ກໍ່ແມ່ນສະໜາມບິນຕອບສະໜອງບາງສາຍການບິນຂ້າມທະວີບ, ແຕ່ເປັນຕົ້ນແມ່ນຮັບໃຊ້ສາຍການບິນສາຍສັ້ນ.

ດານັ້ງ, ເຊິ່ງເປັນນະຄອນຕາງໜ້າໜຶ່ງດຽວຂອງ ຫວຽດນາມ ທີ່ໄດ້ຮັບການເຊີດຊູໃນ The World’s Best Airports of 2023 ຂອງ Skytrax - ອົງການຈັດອັນດັບການຂົນສົ່ງທາງການບິນສາກົນ. ດານັ້ງ ໄດ້ຈັດອັນດັບນອນໃນບັນຊີລາຍຊື່ບັນດາສະໜາມບິນທີ່ໄດ້ຮັບການປັບປຸງດີທີ່ສຸດໃນໂລກ (ອັນດັບ 3) ແລະ ສະໜາມບິນດີທີ່ສຸດພາກພື້ນ ອາຊີ (ອັນດັບ 10). ປະເພດສະໜາມບິນພາກພື້ນດີທີ່ສຸດອາຊີ ແມ່ນຮັບໃຊ້ການບິນຢູ່ພາຍໃນປະເທດ, ພາກພື້ນເປັນຕົ້ນ. ນີ້ກໍ່ແມ່ນສະໜາມບິນຕອບສະໜອງບາງສາຍການບິນຂ້າມທະວີບ, ແຕ່ເປັນຕົ້ນແມ່ນຮັບໃຊ້ສາຍການບິນສາຍສັ້ນ. ລາງວັນປະຈຳປີຂອງ Skytrax ເພື່ອແນໃສ່ເຊີດຊູບັນດາບໍລິສັດການບິນ, ສະໜາມບິນ, ການບໍລິການ. ການມອບລາງວັນ Skytrax, ໄດ້ຮັບຖືວ່າຄືດັ່ງລາງວັນ Oscar ຂອງຂະແໜງການບິນ ແລະ ຈະໄດ້ຈັດຂຶ້ນໃນເດືອນ ມິຖຸນາ ປີ 2023 ຢູ່ ປາຣີ, ປະເທດ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ