ດ່ານັ້ງ ປຸກລະດົມ ເດືອນແຫ່ງການກະທຳເພື່ອເດັກ 2024

(VOVWORLD) - ໃນໄລຍະຜ່ານມາ, ອຳນາດການປົກຄອງທຸກຂັ້ນ ແລະ ໝູ່ຄະນະ, ອົງການຈັດຕັ້ງສັງຄົມ, ປະຊາຄົມຢູ່ນະຄອນ ໄດ້ເອົາໃຈໃສ່ເປັນພິເສດຕໍ່ວຽກງານປົກປ້ອງ, ເບິ່ງແຍງເດັກ.
ດ່ານັ້ງ ປຸກລະດົມ ເດືອນແຫ່ງການກະທຳເພື່ອເດັກ 2024 - ảnh 1(ພິທີປຸກລະດົມ ເດືອນແຫ່ງການກະທຳເພື່ອເດັກ 2024)

        ຕອນເຊົ້າວັນທີ 07 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ຈັດພິທີປຸກລະດົມ ເດືອນແຫ່ງການກະທຳເພື່ອເດັກ 2024 ດ້ວຍຫົວຂໍ້ “ມີການກະທຳຢ່າງແທດຈິງ, ໃຫ້ບຸລິມະສິດແຫຼ່ງຊັບພະຍາກອນໃຫ້ແກ່ເດັກ”.

        ກ່າວຄຳເຫັນທີ່ພິທີ, ທ່ານ ເລກວາງນາມ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ອຳນາດການປົກຄອງທຸກຂັ້ນ ແລະ ໝູ່ຄະນະ, ອົງການຈັດຕັ້ງສັງຄົມ, ປະຊາຄົມຢູ່ນະຄອນ ໄດ້ເອົາໃຈໃສ່ເປັນພິເສດຕໍ່ວຽກງານປົກປ້ອງ, ເບິ່ງແຍງເດັກ. ທ່ານຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນເພີ່ມທະວີການໜູນຊ່ວຍເບິ່ງແຍງດູແລເດັກ. ບັນດາການເຄື່ອນໄຫວໃນ “ເດືອນແຫ່ງການກະທຳເພື່ອເດັກ” ໄດ້ຮັບການຜັນຂະຫຍາຍໃນໂອກາດນີ້ຢູ່ນະຄອນແມ່ນເພື່ອປັບປຸງເງື່ອນໄຂດຳລົງຊີວິດ, ສ້າງໂອກາດພັດທະນາຢ່າງຮອບດ້ານ, ສະເໝີພາບໃຫ້ເດັກນ້ອຍທຸກໆຄົນ.

        “ນະຄອນ ດ່ານັ້ງ ໄດ້ປະກາດໃຊ້ຫຼາຍນະໂຍບາຍພິເສດສະເພາະສຳລັບເດັກນ້ອຍໃນຂົງເຂດໜູນຊ່ວຍສັງຄົມ; ສ້າງບັນດາແຫຼ່ງກຳລັງໃຫ້ແກ່ການລົງທຶນພື້ນຖານດ້ານວັດຖຸ, ກິດຈະກຳສະວັດດີການສັງຄົມ, ສະໜອງການບໍລິການສັງຄົມໃຫ້ແກ່ເດັກ. ເນື່ອງໃນໂອກາດນີ້, ນະຄອນ ດ່ານັ້ງ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ສືບຕໍ່ສະຫງວນຄວາມສົນໃຈປະຕິບັດການເຄື່ອນໄຫວສັງຄົມທີ່ມີຄວາມໝາຍໃຫ້ແກ່ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດໃຫ້ຫຼາຍກວ່າເກົ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ