ດ່ານັ້ງ ປາດຖະໜາຢາກຮ່ວມມືໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງກັບ ມາເລເຊຍ

(VOVWORLD) - ໃນໄລຍະຈະມາເຖິງ, ນັກລົງທຶນ ມາເລເຊຍ ຈະມີຄວາມສົນໃຈຊອກຫາການລົງທຶນ ແລະ ຮ່ວມມືຢູ່ ດ່ານັ້ງ ໃນບັນດາຂົງເຂດໃໝ່ກ່ຽວກັບການບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ
ດ່ານັ້ງ ປາດຖະໜາຢາກຮ່ວມມືໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງກັບ ມາເລເຊຍ  - ảnh 1(ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໂຮ່ກີມິງ ແລະ ທ່ານ Firdauz Bin Othman, ຫົວໜ້າສະຖານກົງສູງ ມາເລເຊຍ ປະຈຳ ນະຄອນ ໂຮ່ຈີມິນ)

        ວັນທີ 04 ທັນວາ, ທ່ານ Firdauz Bin Othman, ຫົວໜ້າສະຖານກົງສູງ ມາເລເຊຍ ປະຈຳ ນະຄອນ ໂຮ່ຈີມິນ, ໄດ້ມີການເຮັດວຽກກັບການນຳຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ. ທີ່ການເຮັດວຽກ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໂຮ່ກີມິງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ນັກລົງທຶນ ມາເລເຊຍ ຈະມີຄວາມສົນໃຈຊອກຫາການລົງທຶນ ແລະ ຮ່ວມມືຢູ່ ດ່ານັ້ງ ໃນບັນດາຂົງເຂດໃໝ່ກ່ຽວກັບການບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂດຍສະເພາະແມ່ນໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ຊິບເຄິ່ງຊັກນຳໄຟຟ້າ, ສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ 2 ທ້ອງຖິ່ນ. ສ່ວນທ່ານ Firdauz Bin Othman ເນັ້ນໜັກວ່າ, ພາຍຫຼັງການໄປປະຕິບັດງານ, ທ່ານຈະແລກປ່ຽນກັບບັນດາວິສາຫະກິດ ມາເລເຊຍ ກ່ຽວກັບການກຳນົດທິດການຮ່ວມມືຂອງ 2 ທ້ອງຖິ່ນ ແລະ ປາດຖະໜາວ່າ 2 ຝ່າຍຈະມີການຮ່ວມມືພັດທະນາຢ່າງດີງາມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ