ດ່າ​ນັ້ງ: ມີ​ປະ​ຊາ​ຊົນ​ເກືອບ 600 ຄົນ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ

(VOVWORLD) -ທີ່ວັນບຸນ, ມີສະມາຊິກຄະນະຊາວໜຸ່ມ, ປະຊາຊົນເກືອບ 600 ຄົນ ໄດ້ເຂົ້າຮ່ວມການບໍລິຈາກເລືອດເກືອບ 500 ຖົງ ທີ່ສະໜອງໃຫ້ບັນດາໂຮງໝໍໃນບໍລິເວນນະຄອນດ່ານັ້ງ. 
ດ່າ​ນັ້ງ: ມີ​ປະ​ຊາ​ຊົນ​ເກືອບ 600 ຄົນ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ - ảnh 1ມີປະຊາຊົນເກືອບ 600 ຄົນເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ

ໂດຍຕອບສະໜອງວັນທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ວັນທີ 4 ເມສາ, ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈນະຄອນດ່ານັ້ງ ໄດ້ສົມທົບກັບເມືອງ ດ່ວານເກິມເລ ຈັດວັນບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈ ດ້ວຍສານທີ່ວ່າ “ບໍລິຈາກເລືອດກຸເອົາຊີວິດ”.

        ທີ່ວັນບຸນ, ມີສະມາຊິກຄະນະຊາວໜຸ່ມ, ປະຊາຊົນເກືອບ 600 ຄົນ ໄດ້ເຂົ້າຮ່ວມການບໍລິຈາກເລືອດເກືອບ 500 ຖົງ ທີ່ສະໜອງໃຫ້ບັນດາໂຮງໝໍໃນບໍລິເວນນະຄອນດ່ານັ້ງ. ແຕ່ຕົ້ນປີນີ້ມາຮອດປັດຈຸບັນ, ນະຄອນດ່ານັ້ງ ໄດ້ຈັດບັ້ນບໍລິຈາກເລືອດດ້ວຍຄວາມສະໝັກໃຈ 35 ຄັ້ງ ແລະ ຮັບໄດ້ເລືອດຫຼາຍກ່ວາ 12.000 ຖົງ, ຕອບສະໜອງຄວາມຕ້ອງການເລືອດໃນການພະຍາບານສຸກເສີນ ແລະ ປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ