ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ

(VOVWORLD) - ຄະນະໄດ້ຈັດຕັ້ງການໂອ້ລົມສົນທະນາ “Da Nang Business Roundtable” ເພື່ອແນໃສ່ໂຄສະນາກ່ຽວກັບສະພາບແວດລ້ອມການລົງທຶນ, ການຄ້າ, ການທ່ອງທ່ຽວ...
ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ - ảnh 1ການລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ ຝ່າຍດານັ້ງ ແລະ ຝ່າຍ Bremen

ໃນລະຫວ່າງວັນທີ 6 -17 ກັນຍາ, ຄະນະປະຕິບັດງານຂອງການນຳນະຄອນ ດານັ້ງ ໂດຍທ່ານ ເລືອງຫງວຽນມິງຈຽດ, ຮອງເລຂາຜູ້ປະຈຳການຄະນະພັກ, ປະທານສະພາປະຊາຊົນນະຄອນນຳໜ້າ, ໄດ້ເຮັດວຽກຢູ່ ໂຮນລັງ, ລາຊະອານາຈັກ ອັງກິດ, ສ. ສະຫະພັນ ເຢຍລະມັນ ເພື່ອສົ່ງເສີມການລົງທຶນ.

        ທີ່ລາຊະອານາຈັກ ອັງກິດ, ຄະນະໄດ້ຈັດຕັ້ງການໂອ້ລົມສົນທະນາ “Da Nang Business Roundtable” ເພື່ອແນໃສ່ໂຄສະນາກ່ຽວກັບສະພາບແວດລ້ອມການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ແນະນຳບາງໂຄງການຈຸດສຸມ, ຮຽກຮ້ອງການລົງທຶນຂອງນະຄອນ ດານັ້ງ ມາຍັງບັນດາວິສາຫະກິດ, ນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນຢູ່ລາຊະອານາຈັກ ອັງກິດ.

        ທີ່ ສ. ສະຫະພັນ ເຢຍລະມັນ, ຄະນະປະຕິບັດງານໄດ້ເຂົ້າຮ່ວມກອງປະຊຸມສຳມະນາສົ່ງເສີມການລົງທຶນເຂົ້າ ດານັ້ງ. ການນຳນະຄອນ ດານັ້ງ ຢັ້ງຢືນວ່າ: ໃນໄລຍະຈະມາເຖິງ, ການກຳນົດທິດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຂອງນະຄອນ ດານັ້ງ ແມ່ນສືບຕໍ່ໃຫ້ບຸລິມະສິດດຶງດູດບັນດາໂຄງການຂຶ້ນກັບບັນດາຂະແໜງ, ຂົງເຂດເຕັກໂນໂລຊີສູງ, ກ້າວໜ້າ, ເຕັກໂນໂລຊີເປັນມິດກັບສິ່ງແວດລ້ອມ, ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່; ພັດທະນາໂຄງປະກອບພື້ນຖານໂຄງລ່າງເຕັກນິກທັນສະໄໝ, ພິເສດແມ່ນບັນດາຂະແໜງອາຊີບໃໝ່ໃນພື້ນຖານເຕັກໂນໂລຊີ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ