ດ່າ​ນັງ ສ້າງ​ຕັ້ງ​ສູນ​ຄົ້ນ​ຄ້​ວາ, ບຳ​ລຸງ​ສ້າງ​ການ​ອອກ​ແບບແຜນ​ວົງ​ຈອນ ແລະ ປັນ​ຍາ​ປະ​ດິດ

(VOVWORLD) - ດ່ານັງ ແມ່ນທ້ອງຖິ່ນທຳອິດໄດ້ສັ້ງຕັ້ງສູນອອກແບບແຜນວົງຈອນເຄິ່ງຊັກນຳ ແລະ ປັນຍາປະດິດ.
ດ່າ​ນັງ ສ້າງ​ຕັ້ງ​ສູນ​ຄົ້ນ​ຄ້​ວາ, ບຳ​ລຸງ​ສ້າງ​ການ​ອອກ​ແບບແຜນ​ວົງ​ຈອນ ແລະ ປັນ​ຍາ​ປະ​ດິດ - ảnh 1

(ພາບ: VGP)

    ຕອນເຊົ້າວັນທີ 26 ມັງກອນ, ນະຄອນ ດ່ານັງ ໄດ້ປະກາດຂໍ້ຕົກລົງສ້າງຕັ້ງສູນຄົ້ນຄ້ວາ, ບຳລຸງສ້າງການອອກແບບແຜນວົງຈອນ ແລະ ປັນຍາປະດິດ ດ່ານັງ (ສູນ DSAC). ເປັນອັນວ່າ, ດ່ານັງ ແມ່ນທ້ອງຖິ່ນທຳອິດໄດ້ສັ້ງຕັ້ງສູນອອກແບບແຜນວົງຈອນເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ.

    ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນຮຸຍຢຸ້ງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຖືວ່າ: ດ່ານັງ ມີບາດກ້າວເດີນຢ່າງແຮງ ໃນການກະກຽມຕ້ອນຮັບກະແສລົງທຶນ ພັດທະນາຂະແໜງອອກແບບຈິບເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ:

   ພວກຂ້າພະເຈົ້າໄດ້ວາງເປົ້າໝາຍພັດທະນາຕາໜ່າງ ສູນຄົ້ນຄ້ວາ, ບຳລຸງສ້າງການອອກແບບ ແລະ ຜະລິດເຄື່ອງເຄິ່ງຊັກນຳໄຟຟ້າແຫ່ງຊາດ ລວມມີສູນ 3 ແຫ່ງຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ນະຄອນ ດ່ານັງ ໃຫ້ເໝາະສົມກັບທ່າແຮງ ແລະ ຈຸດພິເສດຂອງແຕ່ລະເຂດ. ພະຍາຍາມນຳບັນດາສູນ ເຂົ້າເຄື່ອນໄຫວໄວທີ່ສຸດແມ່ນໃນປີ 2025 ເພື່ອສ້າງຕາໜ່າງບັນດາສູນຄົ້ນຄ້ວາອອກແບບ ແລະ ຜະລິດເຄື່ອງເຄິ່ງຊັນນຳໄຟຟ້າແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ