ດ່ານັ້ງ ອອກເຄື່ອນພົນເຮັດອະນາໄມສິ່ງແວດລ້ອມເພື່ອຕ້ອນຮັບສັບປະດາຂັ້ນສູງ APEC

(VOVWORLD) - ຕອນເຊົ້າວັນທີ 28 ຕຸລາ, ຄະນະກຳມະການນະຄອນ ດ່ານັ້ງ ໄດ້ຈັດຕັ້ງພິທີປຸກລະດົມເຄື່ອນພົນລະດັບນະຄອນ ປະຕິບັດຂະບວນການວັນອາທິດຂຽວ - ສະອາດ - ສວຍງາມ ແລະ ຕອບສະໜອງສັບປະດາຂັ້ນສູງ APEC 2017.
ດ່ານັ້ງ ອອກເຄື່ອນພົນເຮັດອະນາໄມສິ່ງແວດລ້ອມເພື່ອຕ້ອນຮັບສັບປະດາຂັ້ນສູງ APEC - ảnh 1 ພາບປະກອບ

ພາຍຫຼັງພິທີປຸກລະດົມ, ປະຊາຊົນນັບພັນຄົນພ້ອມກັບພະນັກງານ, ນັກຮົບບັນດາກຳລັງປະກອບອາວຸດໄດ້ທຳການເຮັດອະນາໄມສິ່ງແວດລ້ອມ.

        ໃນຊຸມມື້ຜ່ານມາ, ບັນຍາກາດຕ້ອນຮັບ APEC ຢູ່ນະຄອນດ່ານັ້ງ ໄດ້ດຳເນີນໄປຢ່າງຟົດຟື້ນຢູ່ຖະໜົນສາຍຕ່າງໆ, ເຂດຊຸມຊົນຫຼາຍແຫ່ງ, ຜ່ານບັນດາການເຄື່ອນພົນອະນາໄມສິ່ງແວດລ້ອມ. ທ່ານ ຫງວຽນງອັກຕ໋ວນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໃຫ້ຮູ້ວ່າ:

        “ນະຄອນໄດ້ປຸກລະດົມຂະບວນການນີ້ເພື່ອແນໃສ່ລະດົມວົງຄະນະຍາດຈັດຕັ້ງ, ອົງການ, ສ່ວນບຸກຄົນໃນບໍລິເວນທົ່ວນະຄອນເຂົ້າຮ່ວມ. ແຕ່ລະຄົນໄດ້ປະກອບກຳລັງເຫື່ອແຮງເພື່ອທຳຄວາມສະອາດຕໍ່ສິ່ງເວດລ້ອມ, ເຮັດໃຫ້ສິ່ງແວດລ້ອມຂຽວ - ສະອາດ - ສວຍງາມໃຫ້ແກ່ນະຄອນ. ນີ້ແມ່ນການເຄື່ອນໄຫວເປັນປະຈຳ ແຕ່ໄດ້ຍົກລະດັບເປັນກິດຈະກຳຈຸດສຸມ. ພວກຂ້າພະເຈົ້າຫວັງວ່າ ພາຍຫຼັງກິດຈະກຳຈຸດສຸມນີ້ຈະສືບຕໍ່ໄດ້ຮັບການຮັກສາໄວ້ເພື່ອສ້າງພາບພົດຂອງນະຄອນໃຫ້ ຂຽວ - ສະອາດ - ສວຍງາມ”

ຕອບກັບ

ຂ່າວ/ບົດ​ອື່ນ