ດ່າ​ນັ້ງ​ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ພັດ​ທະ​ນາ​ສາຍ​ການ​ບິນ ອາ​ຊີ 2022

(VOVWORLD) -ພະແນກການທ່ອງທ່ຽວນະຄອນກະກຽມຄຼິບວີດີໂອແນະນຳສະຖານທີ່ທ່ອງທ່ຽວດ່ານັ້ງ, ຜະລິດຕະພັນເອກະລັກສະເພາະ ເປັນຂອງຕ້ອນທີ່ລະນຶກໃຫ້ແກ່ແຂກຖືກເຊີນ, ຈັດຕັ້ງລາຍການເດີນຂະບວນເຮືອດອກໄມ້ບົນແມ່ນ້ຳຮ່ານ, ເລືອກເອົາ ແລະ ຝຶກແບບຜູ້ອາສາສະໝັກ ຮັບໃຊ້ເວທີປາໄສ…
ດ່າ​ນັ້ງ​ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ພັດ​ທະ​ນາ​ສາຍ​ການ​ບິນ ອາ​ຊີ 2022 - ảnh 1ເວທີປາໄສພັດທະນາສາຍການບິນອາຊີ 2022 (ພາບ:  dangcongsan.vn)

ມາຮອດຈຸດເວລານີ້, ມີຜູ້ແທນສາກົນ ກ່ວາ 500 ຄົນ, ໃນນັ້ນມີຜູ້ແທນຂອງ 110 ບໍລິສັດການບິນ ໄດ້ຈົດທະບຽນເຂົ້າຮ່ວມເວທີປາໄສພັດທະນາສາຍການບິນອາຊີ 2022 ໂດຍນະຄອນດ່ານັ້ງເປັນເຈົ້າພາບຈັດຕັ້ງ. ປັດຈຸບັນ, ທາງນະຄອນໄດ້ກະກຽມວັດຖຸອຸປະກອນ, ຜະລິດຕະພັນທ່ອງທ່ຽວຢ່າງຄົບຖ້ວນ ກໍ່ຄືວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍເພື່ອຈັດຕັ້ງຜົນສຳເລັດໃຫ້ແກ່ເຫດການນີ້.

ພະແນກການທ່ອງທ່ຽວນະຄອນກະກຽມຄຼິບວີດີໂອແນະນຳສະຖານທີ່ທ່ອງທ່ຽວດ່ານັ້ງ, ຜະລິດຕະພັນເອກະລັກສະເພາະ ເປັນຂອງຕ້ອນທີ່ລະນຶກໃຫ້ແກ່ແຂກຖືກເຊີນ, ຈັດຕັ້ງລາຍການເດີນຂະບວນເຮືອດອກໄມ້ບົນແມ່ນ້ຳຮ່ານ, ເລືອກເອົາ ແລະ ຝຶກແບບຜູ້ອາສາສະໝັກ ຮັບໃຊ້ເວທີປາໄສ…

ໃນໂອກາດນີ້, ພະແນກການທ່ອງທ່ຽວໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາ, ພະແນກອຸດສາຫະກຳຈັດຕັ້ງການວາງສະແດງພາບຖ່າຍດ່ານັ້ງ, ຜະລິດຕະພັນ OCOP ແລະ ຜັນຂະຫຍາຍສະຖານທີ່ສະແດງດົນຕີແຄມທາງໃນຕະຫຼອດໄລຍະດຳເນີນເຫດການ.

ຕອບກັບ

ຂ່າວ/ບົດ​ອື່ນ