ດ່ານັ້ງ:ລາຍການພົບປະແລກປ່ຽນ“ຮ່ວມແຮງຮ່ວມໃຈແບ່ງປັນຄວາມເຈັບປວດຈາກທາດພິດສີສົ້ມ”

ດ່ານັ້ງ:ລາຍການພົບປະແລກປ່ຽນ“ຮ່ວມແຮງຮ່ວມໃຈແບ່ງປັນຄວາມເຈັບປວດຈາກທາດພິດສີສົ້ມ” - ảnh 1
(ພາບ​ປະ​ກອບ​ຈາກ Hồ Cầu/TTXVN)

(vovworld) – ​​​ ​​ຕອນ​ຄ່ຳ​ວັນ​ທີ 17/5, ຢູ່​ໂຮງ​ລະ​ຄອນ ຈືງ​ເວືອງ (ນະ​ຄອນ ດ່ານັ້ງ), ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພີດ​ສີ​ສົ້ມ/ ດີ​ໂອ​ຊີນ ນະ​ຄອນ ດ່ານັ້ງ ໄດ້​ສົມ​ທົບ​ກັບ​ຄະ​ນະ​ພັກ​ກຸ່ມ​ບັນ​ດາ​ອົງ​ການ​ນະ​ຄອນ, ພະ​ແນກ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ, ມະ​ຫາ​ວິ​ທະ​ຍາ​ໄລ ດ່ານັ້ງ, ສະ​ຖາ​ນີ​ກະ​ຈາຍ​ສຽງ - ໂທ​ລະ​ພາບ ດ່ານັ້ງ ແລະ ໜັງ​ສື​ພິມ​ຕຳຫຼວດ ດ່າ​ນັ້ງ ຈັດ​ຕັ້ງ​ລາຍ​ການ​​ພົບ​ປະ​ແລກ​ປ່ຽນ “ຮ່ວ​ມ​ແຮງ​ຮ່ວມ​ໃຈ​ແບ່ງ​ປັນ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ”. ລາຍ​ການ​ເພື່ອ​ແນ​ໃສ່​ລະ​ດົມ​ກອງ​ທຶນ​ເບິ່​ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອ​ໃຫ້​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພີດ​ສີ​ສົ້ມ/ດີ​ໂອ​ຊີນ​ກ່​ວາ 5.000 ຄົນ ຢູ່​ວົງ​ຄະ​ນະ​ຍາດ ແລະ ​ເດັກ​ນ້ອຍຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພີດ​ສີ​ສົ້ມ 150 ​ຄົນພວມ​ດຳ​ເນີນ​ຊີ​ວິດ ແລະ ຮ່ຳ​ຮຽນ ຢູ່ ສູນ​​ຊ່ວຍ​ເຫຼືອຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພີດ​ສີ​ສົ້ມ ແລະ ເດັກ​ນ້ອຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ນະ​ຄອນ ດ່າ​ນັ້ງ 3 ແຫ່ງ.

        ເນື່ອງ​ໃນ​ໂອ​ກາດນີ້, ລາຍ​ການ​​ຂົນ​ຂວາຍແຜ່​ບໍ​ລິ​ຈາກ​ເງິນ​ໄດ້​ກ່​ວາ 3 ຕື້​ດົ່ງ​ເພື່ອ​ເຊື່​ອ​ເຫຼືອ​ບັນ​ດາຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພີດ​ສີ​ສົ້ມ​ຂອງ​ນະ​ຄອນ.


ຂ່າວ/ບົດ​ອື່ນ