ດ່ານັ້ງສຸມໃສ່ປະຕິບັດສຳເລັດວຽກງານກະກຽມໃຫ້ສັບປະດາຂັ້ນສູງ APEC

(VOVWORLD) -ຕາມຄະນະກຳມະການປະຊາຊົນນະຄອນດ່ານັ້ງ ແລ້ວ, ນະຄອນພວມສຸມທຸກແຫຼ່ງກຳລັງເພື່ອປະຕິບັດສຳເລັດວຽກງານທີ່ຍັງເຫຼືອສຳລັບການກະກຽມໃຫ້ສັບປະດາຂັ້ນສູງ APEC 2017 ເຊິ່ງຖືກດຳເນີນຢູ່ດ່ານັ້ງ ໃນເດືອນ ພະຈິກ ຈະມາເຖິງ.
ດ່ານັ້ງສຸມໃສ່ປະຕິບັດສຳເລັດວຽກງານກະກຽມໃຫ້ສັບປະດາຂັ້ນສູງ APEC  - ảnh 1 (ພາບປະກອບ: thoibaotaichinhvietnam.vn)

ວຽກງານກະກຽມແມ່ນສຸມໃສ່ພິເສດເຂົ້າໃນດ້ານພື້ນຖານວັດຖຸ, ປັບປຸງປະດັບປະດາເຂດຕົວເມືອງ, ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ - ສາທາລະນະສຸກ… ທ່ານຮອງຫົວໜ້າຄະນະໂຄສະນາສຶກສາຄະນະພັກນະຄອນດ່ານັ້ງ ບຸຍຊວນ ໃຫ້ຮູ້ວ່າ: ໜ້າທີ່ສຳຄັນທີ່ສຸດມາຮອດປະຈຸບັນຂອງດ່ານັ້ງ ແມ່ນລະດົມທຸກແຫຼ່ງກຳລັງເພື່ອສົມທົບກັນຈັດຕັ້ງສັບປະດາຂັ້ນສູງ APEC 2017 ໃຫ້ບັນລຸຜົນສຳເລັດ. ນີ້ແມ່ນເຫດການສຳຄັນ, ແມ່ນກາລະໂອກາດເພື່ອໂຄສະນາກ່ຽວກັບນະຄອນດ່ານັ້ງ ທີ່ຂະຫຍັນຂັນເຄື່ອນ, ສະງົບສຸກ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ… ພິເສດ, ນີ້ຍັງແມ່ນກາລະໂອກາດເພື່ອສົ່ງເສີມການຮ່ວມມືລົງທຶນກັບບັນດາຄູ່ຮ່ວມມືໃຫຍ່, ເປີດກາລະໂອກາດພັດທະນາໃໝ່, ຂະຫຍັນຂັນເຄື່ອນກວ່າໃຫ້ນະຄອນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ