ດ່ານັ້ງ,ເຮົາຢາງ,ຈ່າວິງ,ບິ່ງດິ້ງ,ວິ້ງຟຸກຈັດກອງປະຊຸມໃຫຍ່ອົງຄະນະພັກອາຍຸການ2015-2016

ດ່ານັ້ງ,ເຮົາຢາງ,ຈ່າວິງ,ບິ່ງດິ້ງ,ວິ້ງຟຸກຈັດກອງປະຊຸມໃຫຍ່ອົງຄະນະພັກອາຍຸການ2015-2016 - ảnh 1
(ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ນະຄອນ​ດ່າ​ນັ້ງ ຄັ້ງ​ທີ 21)

(vovworld) – ​ຕອນ​​ເຊົ້າ​ວັນ​ທີ 15/10, ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ນະຄອນ​ດ່າ​ນັ້ງ ຄັ້ງ​ທີ 21, ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກ​ອງປະຊຸມ, ​ໂດ​ຍຕາງໜ້າ​ໃຫ້​ກົມ​ການ​ເມືອງ ​ແລະ ຄະນະ​​ເລຂາ​ສູນ​ກາງ​ພັກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນຊາງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​​ເຊິ່ງອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ດ່າ​ນັ້ງ ບັນລຸ​ໄດ້​ໃນ​ອາຍຸ​ການ​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ​ເນັ້ນ​ໜັກ​ວ່າ, ນະ​ຄອນ​ດ່າ​ນັ້ງ ຕ້ອງ​ພັດທະນາ​ເສດຖະກິດ​ທະ​ເລ, ອຸດສາຫະກຳ ​ແລະ ການ​ບໍ​ລິ​ການ​​ແບບຍືນ​ຍົງ.

      “​ເພື່ອ​ເຮັດ​​ສິ່ງດັ່ງກ່າວ​​ໃຫ້​ໄດ້, ທາງນະຄອນ​ຕ້ອງ​ສຸມ​ໃສ່​ປະຕິບັດ​ບັນດາບາດກ້າວ​ບຸກທະລຸ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີນ​ໂຕ ​ເພື່ອ​ໃຫ້​ເສດຖະກິດ​ພັດທະນາ​ຕາມ​ທິດ​ລວງ​ເລິກ, ​ໂດ​ຍອີງ​ໃສ່​ການ​ນຳ​ໃຊ້​ຄວາມ​ກ້າວ​ໜ້າດ້ານ​ວິດ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ​ແຫຼ່ງຊັບພະຍາ​ກອນ​ມະນຸດທີ​ມີ​ຄຸນ​ນະພາ​ບສູງ… ຍູ້​ແຮງ​ການ​ປັບປຸງ​ສະພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງທຶນ, ດຶງ​ດູດ​​ແຫຼ່ງທຶນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຢ່າງ​​ແຮງ, ​ໃຫ້​ບຸລິມະ​ສິດ​​ແກ່​ການ​ດຶງ​ດູດ​ບັນດາ​ໂຄງການ​ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ​, ອຸດສາຫະກຳ​ໜູນ​ຊ່ວຍ”.

      ​ແລະ​ກໍ​ໃນ​ຕອນ​​ເຊົ້າ​ວັນ​ທີ 15/10, ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່​ອົງ​ຄະນະ​ພັກ​ແຂວງ​ເຮົ້າ​ຢາງ ຄັ້ງ​ທີ 8, ອາຍຸ​ການ 2015 – 2020, ທ່ານ ດິງ​ເທີ໋ຮີນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເນັ້ນ​ໜັກ​ວ່າ, ​​ແຂວງ​ເຮົ້າຢາງ ຕ້ອງ​ເສ​ີມຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ​ເຫັນ​ດີ​ເຫັນ​ພ້ອມ, ສືບ​ຕໍ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ, ໜ້າ​ທີ່ ທີ່​ໄດ້​ວາງ​ອອກ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ.

      ທີ່​ກອງ​ປະຊຸມ​ໃຫຍ່​ອົງ​ຄະນະ​ພັກ​ແຂວງບິ່ງ​ດິ້ງ ຄັ້ງ​ທີ 19 ອາຍຸ​ການ 2015 – 2020, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​​ເຊົ້າ​ວັນ​ທີ 15/10, ທ່ານ​ນາງ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ເນັ້ນ​ໜັກ​ວ່າ, ​​ແຂວງ​ບິ່ງ​ດິ້ງ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ບັນດາ​ເຂດ​ອຸດ​ສາ​ຫະກຳ, ພິ​ເສດ​ແມ່ນ​ເຂດ​ເສດຖະກິດ​ ​ເຍີນ​ໂຮ້ຍ, ​ເອົາ​ໃຈ​ໃສ່​ເຖິງ​ການກວດ, ປິນປົວ​ພະຍາດ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຕາມ​ທິດ​ຍືນຍົງ, ສຸ​ມ​ໃສ່​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່, ຍູ້​ແຮງ​ວຽກ​ງານ​ກໍ​ສ້າງ​ພັກ.

      ຕອນ​ເຊົ້າ​ວັນ​ທີ 15/10, ຢູ່​ແຂວງ​ຈ່າ​ວິ​ງ, ​ໄດ້​ຈັດກອງ​ປະຊຸມ​ໃຫຍ່​ອົງ​ຄະນະ​ພັກ​ແຂວງຈ່າ​ວິ​ງ ຄັ້ງ​ທີ 10 ດ້ວຍ​ຫົວ​ຂໍ້​ວ່າ “​ເພີ່ມ​ທະວີ​ຄວາມ​ສາມັກຄີ, ປະຊາທິປະ​ໄຕ, ກົດ​ລະບຽບ, ໜ້າ​ທີ່​ຮັບຜິ​ດຊອບ; ກໍ​ສ້າງ​ອົງຄະ​ນະ​ພັກ​ໃຫ້​ປອດ​ໄສ, ​ເຂັ້ມ​ແຂງ; ສືບ​ຕໍ່​ປ່ຽນ​​ໃໝ່; ສູ້​ສົນ​ນຳ​ແຂວງ​ຈ່າ​ວິ​ງ ​ໃຫ້​ກາຍ​ເປັນ​ແຂວງ​ພັດທະນາ​ດີ​ພໍ​ສົມຄວນ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ”. ສ່ວນ​ຢູ່​ແຂວງ​ວິ້ງ​ຟຸກ ​ໃນ​ຕອນ​ເຊົ້າ​ວັນ​ທີ 15/10, ກໍ​ຈັດກອງ​ປະຊຸມ​ໃຫຍ່​ອົງ​ຄະນະ​ພັກຄັ້ງ​ທີ 16, ອາຍຸ​ການ 2015 – 2020, ທາງ​ແຂວງ​ກຳນົດ​ວ່າ ຈະ​ກໍ່ສ້າງ​ແຂວງ​ວິ້ງ​ຟຸກ ​ໃຫ້​ກາຍ​ເປັນ​ສູນ​ອຸດ​ສາ​ຫະກຳ, ທ່​ອງທ່ຽວ​ຂອງ​ແຂວງ, ປະຕິບັດ​​ໂຄງການຈຸດໝາຍ​​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່ສ້າງ​ຊົນລະ​ບົດ​ໃໝ່​​ໃຫ້​ສຳ​ເລັດ…

ຂ່າວ/ບົດ​ອື່ນ