ດ່ານ​ຊາຍ​ແດນ ມົກ​ບ່າຍ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ

(VOVWORLD) -ທ່ານ ສຈ - ປອ ຫງວຽນຊວັນທັ໊ງ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຕີລາຄາວ່າ ເຂດເສດຖະກິດດ່ານຊາຍແດນມົກບ່າຍ ແມ່ນປະຕູສຳຄັນ ເພື່ອ ພົວພັນແລກປ່ຽນການຄ້າ ກັບບັນດາປະເທດອາຊຽນ ແລະ ອອກໄປສູ່ມະຫາສະໝຸດອິນເດຍ
ດ່ານ​ຊາຍ​ແດນ ມົກ​ບ່າຍ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ - ảnh 1ກອງປະຊຸມສຳມະນາວິທະຍາສາດ (ພາບ: VOV)

ວັນທີ 10 ສິງຫາ, ໂດຍເປັນປະທານກອງປະຊຸມສຳມະນາວິທະຍາສາດ “ທັດສະນະ, ກຳນົດທິດມາດຕະການພັດທະນາເຂດເສດຖະກິດດ່ານຊາຍແດນມົກບ່າຍຕາມທິດ ຕົວເມືອງ - ອຸດສາຫະກຳ - ການບໍລິການ ດ່ານຊາຍແດນສີຂຽວ, ຍືນຍົງ ໄລຍະແຕ່ນີ້ຮອດປີ 2030, ວິໄສທັດຮອດປີ 2045”, ທ່ານ ສຈ - ປອ ຫງວຽນຊວັນທັ໊ງ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຕີລາຄາວ່າ ເຂດເສດຖະກິດດ່ານຊາຍແດນມົກບ່າຍ ແມ່ນປະຕູສຳຄັນ ເພື່ອ ພົວພັນແລກປ່ຽນການຄ້າ ກັບບັນດາປະເທດອາຊຽນ ແລະ ອອກໄປສູ່ມະຫາສະໝຸດອິນເດຍ. ທ່ານ ສຈ - ປອ ຫງວຽນຊວັນທັ໊ງ ຖືວ່າ:

ລະດັບແຜ່ຂະຫຍາຍ ແລະ ຄວາມສຳຄັນຂອງເຂດເສດຖະກິດມົກບ່າຍ ບໍ່ພຽງແຕ່ແມ່ນຂອງແຂວງໄຕນິງເທົ່ານັ້ນ ຫາກຍັງເປັນຂອງເຂດເສດຖະກິດຈຸດສຸມ ທັງໝົດອີກດ້ວຍ. ສະນັ້ນ, ຖ້າຢາກປະສົບຜົນສຳເລັດ ແມ່ນບໍ່ອາດແຍກອອກຈາກແຜນພັດທະນາຂອງແຂວງໄຕນິງ. ແຕ່ກໍ່ບໍ່ແຍກອອກຈາກແລວເສດຖະກິດທາງພາກໃຕ້, ເຂດເສດຖະກິດຈຸດສຸມທາງພາກໃຕ້, ເຂດທາງທິດຕາເວັນອອກພາກໃຕ້ ດ້ວຍສູນກາງແມ່ນນະຄອນໂຮ່ຈີມິນ ແລະ ມີຫຼາຍແຂວງຕື່ມອີກນັ້ນແມ່ນ ດົ່ງນາຍ, ບ່າເຣ້ຍຫວຸງເຕົາ, ບິ່ງເຢືອງ, ບິ່ງເຟືອກ.


ຕອບກັບ

ຂ່າວ/ບົດ​ອື່ນ