ດ່າ​ລາດ ນອນ​ໃນ Top ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ປະ​ຢັດ

(VOVWORLD) - ດ່າລາດ ແມ່ນສະຖານທີ່ພົ້ນເດັ່ນຂອງ ຫວຽດນາມ ແລະ ແຂກທ່ອງທ່ຽວເລືອກໄປທ່ຽວ ດ່າລາດ  ບໍ່ພຽງແຕ່ຍ້ອນທັດສະນີຍະພາບທຳມະຊາດ, ອາກາດເຢັນສະບາຍເທົ່ານັ້ນ, ຫາກຍັງມີລາຄາການໃຊ້ຈ່າຍທີ່ເປັນກັນເອງ.
ດ່າ​ລາດ ນອນ​ໃນ Top ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ປະ​ຢັດ - ảnh 1ມູນໜຶ່ງຂອງດ່າລາດ (ພາບ: congluan.vn)

ດ້ວຍລາຄາຫ້ອງນອນສະເລ່ຍ 1.450.000 ດົ່ງ (ເກືອບ 60 USD ຕໍ່ຄືນ), ດ່າລາດ, ແຂວງ ເລິມດົ່ງ, ຫວຽດນາມ ແມ່ນນະຄອນ ໜຶ່ງດຽວຂອງ ຫວຽດນາມ ໄດ້ຈັດເຂົ້າໃນ Top ບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວທີ່ມີລາຍຈ່າຍແບບປະຢັດໃນພາກພື້ນ ອາຊີ.  ຕາມອັດຕາຈອງຫ້ອງນອນແຕ່ວັນທີ 15 ມິຖຸນາ ຫາວັນທີ 7 ກໍລະກົດ ໃນແອັບຟຼີເຄຊັນ Agoda ເຊິ່ງເປັນໂປຼແກມສະເພາະການບໍລິການທ່ອງທ່ຽວ: ຈອງຫ້ອງໂຮງແຮມ, ປີ້ຍົນ ໃນພາກພື້ນ ອາຊີ - ປາຊີຟິກ, ດ່າລາດ ແມ່ນສະຖານທີ່ພົ້ນເດັ່ນຂອງ ຫວຽດນາມ ແລະ ແຂກທ່ອງທ່ຽວເລືອກໄປທ່ຽວ ດ່າລາດ  ບໍ່ພຽງແຕ່ຍ້ອນທັດສະນີຍະພາບທຳມະຊາດ, ອາກາດເຢັນສະບາຍເທົ່ານັ້ນ, ຫາກຍັງມີລາຄາການໃຊ້ຈ່າຍທີ່ເປັນກັນເອງ. ທ່າອ່ຽງທ່ອງທ່ຽວແບບປະຢັດ ບໍ່ພຽງແຕ່ໄດ້ຮັບຄວາມນິຍົມຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງແຜ່ລາມອອກສູ່ທົ່ວທະວີບ ອາຊີ, ບ່ອນທີ່ມີຫຼາຍສະຖານທີ່ມີລາຄາເປັນກັນເອງ ນັບມື້ນັບດຶງດູດຄວາມສົນໃຈເປັນຈຳນວນຫຼາຍ, ໃນໂອກາດທີ່ວັນພັກ, ວັນບຸນກຳລັງວຽນມາ, ລວມທັງໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ