ດາວ​ທຽມ NanoDragon ຈະ​ຍິງ​ຂຶ້ນ​ວົງ​ໂຄ​ຈອນ​ໃນ​ວັນ​ທີ 1 ຕຸ​ລາ​ທີ່​ຈະ​ມາ​ເຖິງ

(VOVWORLD) -ວັນທີ 20 ສິງຫາ, ອົງການການບິນຈັກກະວານຍີ່ປຸ່ນ (JAXA) ໄດ້ປະກາດຢ່າງເປັນກາງການ ກ່ຽວກັບແຜນການຍິງດາວທຽມ NanoDragon ຂອງຫວຽດນາມ ຈະຂຶ້ນວົງໂຄຈອນ ແມ່ນໃນວັນທີ 1 ຕຸລາທີ່ຈະມາເຖິງ.
ດາວ​ທຽມ NanoDragon ຈະ​ຍິງ​ຂຶ້ນ​ວົງ​ໂຄ​ຈອນ​ໃນ​ວັນ​ທີ 1 ຕຸ​ລາ​ທີ່​ຈະ​ມາ​ເຖິງ - ảnh 1

 (ພາບ:   ສູນຈັກກະວານຫວຽດນາມ)

   ສູນຈັກກະວານຫວຽດນາມ (ສັງກັດສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ) ໃຫ້ຮູ້ວ່າ: ວັນທີ 20 ສິງຫາ, ອົງການການບິນຈັກກະວານຍີ່ປຸ່ນ (JAXA) ໄດ້ປະກາດຢ່າງເປັນກາງການ ກ່ຽວກັບແຜນການຍິງດາວທຽມ NanoDragon ຂອງຫວຽດນາມ ຈະຂຶ້ນວົງໂຄຈອນ ແມ່ນໃນວັນທີ 1 ຕຸລາທີ່ຈະມາເຖິງ.

    ໃນການຍິງດາວທຽມຄັ້ງນີ້, ລູກສອນໄຟ Epsilon 5 ຈະເລີ່ມຈາກສະຖານທີ່ຍິງສູນຈັກກະວານ Uchinoura ແຂວງ Kagoshima, ທາງພາກໃຕ້ຍີ່ປຸ່ນ, ນຳເອົາ ດາວທຽມ 9 ໜ່ວຍຂຶ້ນວົງໂຄຈອນ, ໃນນັ້ນມີດາວທຽມ NanoDragon ຂອງຫວຽດນາມ ຊື່ງມີນ້ຳໜັກ 3,8kg ແລະ  ດາວທຽມອື່ນອີກ 8 ໜ່ວຍຂອງຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ