ດາວທຽມ VNREDSat – 1 ທຳອິດຂອງຫວຽດ ນາມ ຖືກຍິງຂຶ້ນສູ່ ວົງໂຄຈອນ

ດາວທຽມ VNREDSat – 1 ທຳອິດຂອງຫວຽດ ນາມ ຖືກຍິງຂຶ້ນສູ່ ວົງໂຄຈອນ - ảnh 1
ດາວ​ທຽມ VNREDSat – 1 ຖືກຍິງຂຶ້ນ​ສູ່​ວົງ​ໂຄຈອນ
(ພາບ: vietnamnet.vn)


(vovworld) - ​ໃນ​ເວລາ 9 ​ໂມງ 6 ນາທີ ຂອງ​ວັນ​ທີ 07/05, ລູກ​ສອນ​​ໄຟ VEGA ​ໄດ້​ນຳ​ດາວ​ທຽ​ມ VNREDSat – 1 ຂອງ​ຫວຽດນາມ ຂຶ້ນ​ສູ່​ວົງ​ໂຄຈອນຢ່າງ​ເປັນ​ທາງ​ການ. ​ເຫດການ​ດັ່ງ​ກາວ​ໄດ້​ຮັບ​ການຖ່າຍ​ຖອດ​ສົດ​ຈາກ​ສະໜາມ​ບິນ​ອະວະ​ກາດ Kouro (ປະ​ເທດ​ຝລັ່ງ) ດ້ວຍການ​ເປັນ​ສັກ​ຂີ​ພິຍານ​ຂອງ​ບັນດາ​ນັກວິທະຍາສາດ ​ແລະ ພິ​ເສດ​ແມ່ນ​ຜູ້​ນິຍົມ​ວິທະຍາສາດ​ອະວະກາດ. ທ່ານ​ປະລິຍາ​ເອກ ບຸຍ​ຈ້ອງ​ຕວຽນ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ອະວະກາດ, ຫົວ​ໜ້າ​ຄະນະ​ຄຸ້ມ​ຄອງ​ໂຄງການ​ດາວ​ທຽມຂະໜາດ​ນ້ອຍ, ສະຖາ​ບັນມະຫາບັນດິດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີຫວຽດນາມ​ໃຫ້​ຮູ້​ວ່າ.

    “ພາຍຫຼັງ​ຜົນສຳ​ເລັດ​ຂອງການ​ຍິງ​ດຽວ​ທຽມ 2 ໜ່ວຍກ່ອນ​ນັ້ນ, ການຍິງ​ດາວ​ທຽມ VNREDSat – 1 ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ສຳລັບ​ຫວຽດນາມ, ປະກອບສ່ວນ​ປະຕິບັດ​ຍຸດ​ທະ​ສາດ​ຄົ້ນຄວ້າ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ອະວະກາດ​ຮອດ​ປີ 2020 ​ໂດ​ຍລັດຖະບານ​ອະນຸມັດ​ຜ່ານ. ຄວາມ​ໝາຍ​ຂອງມັນ​ກໍ​ສະ​ແດງ​​ໃນ​ຊື່ຂອງ​ດາວ​ທຽ​ມທີ່​ວ່າ ຕິດຕາມ​ຊັບພະຍາກອນ​ທຳ​ມະ​ຊາດ, ສິ່ງ​​ແວດ​ລ້ອມ, ​ໄພ​ທຳ​ມະ​ຊາດ. ບັນດາ​ຮູບ​ຖ່າຍ​ຈາກ​ດາວ​ທຽມ​ຈະ​ໄດ້​ຮັບ​ໃຊ້​ບັນດາ​ຈຸດໝາຍ​ດັ່ງ​ດ່າວ​ເປັນ​ຕົ້ນ​ຕໍ່”​.

    ພາຍຫຼັງ​ຖືກ​ຍິງເຂົ້າ​ສູ່ວົງ​ໂຄຈອນ, ດາວ​ທຽ​ມ VNREDSat – 1 ຈະ​ຊ່ວຍ​ຫວຽດນາມ ​ເປັນ​ເຈົ້າ​ການ​ສະໜອງຮູບ​ຖ່າຍ​ທີ່​ມີ​ຄຸນ​ນະພາ​ບສູງ​ໃຫ້​ແກ່​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງການ​ນຳ​ໃຊ້​ຮູບ​ຖ່າຍ​ຈາກດາວ​ທຽມ​​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ, ສັງຄົມ. ພິ​ເສດ, ດາວ​ທຽມຈະ​ປະກອບສ່ວນ​ຕີ​ລາຄາ ​ແລະ ຮັບ​ມືກັບ​ໄຟ​ໄໝ້​ປາ, ພະຍຸ​ນ້ຳ​ຖ້ວມ ​ແລະ ບັນດາ​ໄພ​ທຳ​ມະ​ຊາດ​ອື່ນໆ.

       ຕາມ​ຂ່າວ​ຫຼ້າ​ສຸດ, ປະຈຸ​ບັນ ດາວ​ທຽງ VNREDSat – 1 ​ໄດ້​ເຂົ້າ​ວົງ​​ໂຄຈອນ​ຢ່າງ​​ເປັນ​ປົກກະຕິ ​ແລະ ສຳ​ເລັດ​ບັນດາ​ວຽກ​ງານ​ສຸດ​ທ້າຍ​ເພື່ອ​ເລີ່​ມຕົ້ນ​ການ​ຂຸດ​ຄົ້ນ. ບັນດາ​ຮູບ​ຖ່າຍ​ຜືນ​ແຜ່ນ​ດິນ ຫວຽດນາມ ອາດ​ຈະ​ປະກາດ​ໃນ​ວັນ​ທີ 10/5 ຈະ​ມາ​ເຖິງ. ສາດສະດາຈານ ​ເຈົາວັນ​ມິ​ງ, ປະທານ​ມະຫາບັນ​ດິບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ​ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​, ດ້ວຍ​ດາວ​ທຽມ​ດັ່ງກ່າວ​ພວກ​ເຮົາ​ຈະ​ເປັນ​ເຈົ້າ​ພາບ​ໃນ​ການ​ຖ່າຍຮູບ​ດາວ​ທຽມ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຄົ້ນ​ຄ້ວາ​ພັດທະນາ​ເສດຖະກິດ, ສັງຄົມ. ຮອດ​ເວລາ 14 ​ໂມງ 30 ນາທີ​ ມື້​ນີ້, ພວກ​ເຮົາ​ໄດ້​ຮັບ​ສັນຍານ​ທຳ​ອິດ. ​ໃນ 2 ມື້​ຈະ​ມາ​ເຖິງ, ພວກ​ເຮົາ​ຈະ​ໄດ້​ຮັບ​ບັນດາ​ຮູບ​ຖ່າຍ​ທຳ​ອິດ​ກ່ຽວ​ກັບ​ໜ່ວນ​ໂລກ.”

ຂ່າວ/ບົດ​ອື່ນ