ດາວທຽມນ້ອຍ Pico Dragon ຂອງຫວຽດນາມ ບິນເຂົ້າອາວະກາດ

ດາວທຽມນ້ອຍ Pico Dragon ຂອງຫວຽດນາມ ບິນເຂົ້າອາວະກາດ - ảnh 1

(ພາບ:-tienphong.vn)

(vovworld)-​  ວັນ​ທີ 4/8, ຢູ່​ສູນ​ອາ​ວະ​ກາດ Tanegashima ປະ​ເທດ​ຍີ່ປຸ່ນ, ຍົນ​ຂົນ​ສົ່ງ HTV 4 ຂອງ​ຍີ່ປຸ່ນ ​ໄດ້​ສົ່ງດາວ​ທຽມ​ນ້ອຍ Pico Dragon ຂອງ​ຫວຽດນາມ ​​ເຂົ້າອາ​ວະ​ກາດ. ນອກຈາກ​ດາວ​ທຽມ Pico Dragon ຂອງ​ຫວຽດນາມ ກໍ່ຍັງ​ມີ 3 ດາວ​ທຽມ​ນ້ອຍ​ຂອງ​ອົງການການບິນ​ອາ​ວະ​ກາດ​ອາ​ເມ​ລິ​ກາ (NASA) ກໍ​​ຖືກ​ຍິງ​ຂຶ້ນ​ສູ່​ສູນ​ອາ​ວະ​ກາດ​ສາກົນ (ISS) ​ຄັ້ງນີ້.  ຄາດ​ວ່າ HTV 4 ຈະ​ບິນ​ຂຶ້ນ​ສູນ​ອາ​ວະ​ກາດ​ສາກົນ​ ​ISS ໃນ​ວັນ​ທີ 9/8. ດາວ​ທຽມ​ນ້ອຍ Pico Dragon ຂອງ​ຫວຽດນາມ ມີ​ນ້ຳໜັກ 1 ກີ​ໂລກຼາມ ​ໂດຍ​ຖັນ​ແຖວນັກ​ວິ​ສາວະ​ກອນ, ນັກຄົ້ນຄ້ວາ​ໜຸ່ມ​ຂອງສູນ​ດາວ​ທຽມ​ແຫ່ງ​ຊາດ (VNSC) ຜະລິດ. ດາວ​ທຽມ​ນ້ອຍ Pico Dragon ຂອງ​ຫວຽດນາມ ມີໜ້າ​ທີ່​ຖ່າຍຮູບ​ໜ່ວຍ​ພິພົບ, ວັດ​ແທກ​ບາງ​ຂໍ້​ມູນ​ຕົວ​ເລກ​ດາວ​ທຽມ ​ແລະ ​ຕິດ​ຕໍ່​ພົວພັນທົດ​ລອງ​ກັບ​ໜ້າດິນ.

 

ຂ່າວ/ບົດ​ອື່ນ