ດາວ​ທຽມ​ໂດຍ​ຫວຽດ​ນາມ ຜະ​ລິດ​ຈະ​ຍິງ​ຂຶ້ນ​ວົງ​ໂຄ​ຈອນ​ໃນ​ວັນ​ທີ 9 ພະ​ຈິກ

(VOVWORLD) -NanoDragon “Made in Vietnam”  ຈະຖືກຍິງຂຶ້ນວົງໂຄຈອນໃນເວລາປະມານ 7 ໂມງ 48 ນາທີ ຫາ 7 ໂມງ 59 ນາທີຂອງຕອນເຊົ້າວັນທີ 9 ພະຈິກ ຕາມເວລາຫວຽດນາມ.
ດາວ​ທຽມ​ໂດຍ​ຫວຽດ​ນາມ ຜະ​ລິດ​ຈະ​ຍິງ​ຂຶ້ນ​ວົງ​ໂຄ​ຈອນ​ໃນ​ວັນ​ທີ 9 ພະ​ຈິກ - ảnh 1(ພາບ:ສູນອາວະກາດຫວຽດນາມ)

     ຕາມການລາຍງານທາງການຂອງອົງການການບິນອາວະກາດ ຍີ່ປຸ່ນ (JAXA),  ແລ້ວ, ແຜນການຍິງດາວທຽມ NanoDragon “Made in Vietnam” ໂດຍບັນດານັກວິທະຍາສາດ ສັງກັດສູນອາວະກາດຫວຽດນາມ, ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ຜະລິດ ຈະຖືກຍິງຂຶ້ນວົງໂຄຈອນໃນເວລາປະມານ 7 ໂມງ 48 ນາທີ ຫາ 7 ໂມງ 59 ນາທີ ຂອງຕອນເຊົ້າວັນທີ 9 ພະຈິກ ຕາມເວລາຫວຽດນາມ.

  ພາຍຫຼັງໄດ້ຍິງແລ້ວ, ຄາດວ່າ ດາວທຽມ NanoDragon ຂອງຫວຽດນາມ ຈະເຄື່ອນໄຫວໃນເສັ້ນໂຄຈອນດວງຕາເວັນໃນຄວາມສູງປະມານ 560 ກມ ດ້ວຍຈຸດປະສົງເອົາສັນຍານຮູບປະພັນກຳປັ່ນ ຫຼືສະສົມຂໍ້ມູນເພື່ອຕິດຕາມ, ກວດກາພາຫະນະບົນທະເລ.

       

ຕອບກັບ

ຂ່າວ/ບົດ​ອື່ນ