ດາຫນັງຕ້ອນຮັບບັນດານັກທ່ອງທ່ຽວສາກົນທຳອິດໃນປີໃຫມ່2017

ດາຫນັງຕ້ອນຮັບບັນດານັກທ່ອງທ່ຽວສາກົນທຳອິດໃນປີໃຫມ່2017 - ảnh 1
ນັກ​ທ່ອງ​ທ່ຽວ​ສາ​ກົນ​ທຳ​ອິດ​ມາ​ຢ້ຽມ​ຢາມ​ນະ​ຄອນ​ດາ​ຫນັງ

(vovworld)- ​ວັນ​ທີ 1/1, ບັນ​ດາ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ທຳ​ອິດມາ​ຈາກ ເຢຍ​ລະ​ມັນ, ອັງ​ກິດ, ສິງ​ກະ​ໂປ, ສ​ເກົາ​ຫລີ... ໄດ້​ມາ​ຢ້ຽມ​ຢາມ ນະ​ຄອນ​ດາ​ຫນັງ​ໃນມື້​ຕົ້ນ​ປີ 2017. ພິ​ເສດ ນັກ​ທ່ອງ​ທ່ຽວ 2 ຄົນ​ທຳ​ອິດ​ມາ​ຈາກ ອົດ​ຕະ​ຕາ​ລີ ໄດ້​ຮັບ​ດອກ​ໄມ້​ຈາກ​ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ ດາ​ຫນັງ. ໃນ​ປີ 2016, ພ້ອມ​ກັບ​ການ​ທ່ອງ​ທ່ຽວ​ດ້ວຍທາງ​ທະ​ເລ, ການ​ທ່ອງ​ທ່ຽວ​ດ້ວຍ​ທາງ​ອາ​ກາດ​ໄດ້​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ ນັບ​ທັງ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ ແລະ ຖ້ຽວ​ບິນ, ປະ​ກອບ​ສ່ວນ​ຫລາຍ​ສົມ​ຄວນ​ເຂົ້າ​ໃນ​ຍອດ​ລາຍ​ຮັບ​ຂະ​ແຫນງທ່ອງ​ທ່ຽວ ດາ​ຫນັງ. ​ປີ 2016, ຍອດ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ດາ​ຫນັງ ບັນ​ລຸກວ່າ 5,5 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 17,7% ເມ​ື່ອ​ທຽບ​ໃສ່​ປີ 2015. ມາ​ຮອດ​ປະ​ຈຸ​ບັນ ນະ​ຄອນ ດາ​ຫນັງ ມີ​ສາຍ​ການ​ບິນ​ສາ​ກົນ 20 ສາຍ, ໃນ​ນັ້ນ​ມີ 11 ສາຍ​ການ​ບິນ​ໂດຍ​ກົງ​ເປັນ​ປະ​ຈ​ຳ.


ຕອບກັບ

ຂ່າວ/ບົດ​ອື່ນ