ດ່າ​ໜັງ ກຽມ​ພ້ອມ​ຕ້ອນ​ຮັບ​ແຂກ​ສາ​ກົນ​ໃນ​ຕົ້ນ​ເດືອນ​ພະ​ຈິກ

(VOVWORLD) -ນະຄອນ ດ່າໜັງ ຫາກໍສະເໜີຕໍ່ລັດຖະບານເລື່ອງຂໍອະນຸຍາດໃຫ້ນະຄອນຕ້ອນຮັບແຂກສາກົນນັບແຕ່ເດືອນພະຈິກ 2021. ຕາມແຜນການແລ້ວ, ຄະນະກໍາມະການປະຊາຊົນນະຄອນ ດ່າໜັງ ສະເໜີຕ້ອນຮັບ ແລະ ຮັບໃຊ້ແຂກສາກົນຕາມ 2 ໄລຍະ.
ດ່າ​ໜັງ ກຽມ​ພ້ອມ​ຕ້ອນ​ຮັບ​ແຂກ​ສາ​ກົນ​ໃນ​ຕົ້ນ​ເດືອນ​ພະ​ຈິກ - ảnh 1ນະຄອນ ດ່າໜັງ ຫາກໍສະເໜີຕໍ່ລັດຖະບານເລື່ອງຂໍອະນຸຍາດໃຫ້ນະຄອນຕ້ອນຮັບແຂກສາກົນນັບແຕ່ເດືອນພະຈິກ 2021 (ພາບ: Nhat Ha)

ຜູ້ຕາງໜ້າພະແນກທ່ອງທ່ຽວນະຄອນ ດ່າໜັງ ໃຫ້ຮູ້ວ່າ ມີວິສາຫະກິດຫຼາຍໆແຫ່ງໃນຂົງເຂດທ່ອງທ່ຽວຢູ່ນະຄອນ ໄດ້ກຽມພ້ອມຕໍ່ແຜນການຕ້ອນຮັບແຂກສາກົນ. ບໍລິສັດທ່ອງທ່ຽວ ສ.ເກົາຫຼີ, ລັດເຊຍ, ບໍລິສັດການບິນ… ພວມສົ່ງເສີມ, ເຮັດວຽກກັບພະແນກທ່ອງທ່ຽວນະຄອນ ສະເໜີໃຫ້ຟື້ນຟູ tour ທ່ອງທ່ຽວໄປ ດ່າໜັງ ໃນໄຕມາດ 4 ຂອງປີນີ້ ແລະ ປີ 2022. ຕະຫຼາດແຂກທ່ອງທ່ຽວທີ່ມີຄວາມສາມາມບົ່ມຊ້ອນໃນປັດຈຸບັນ ແມ່ນ ລັດເຊຍ, ສ.ເກົາຫຼີ ແລະ ບາງຕະຫຼາດທີ່ພວມຄວບຄຸມໂລກລະບາດໄດ້ເປັນຢ່າງດີ ຄື ໄທ, ຍີ່ປຸ່ນ, ຮົ່ງກົງ… ທ່ານ ຫງວຽນຊວັນບິ່ງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ດ່າໜັງ ໃຫ້ຮູ້ວ່າ:

        “ສຳລັບຕະຫຼາດແຂກສາກົນ, ພວກຂ້າພະເຈົ້າກໍພວມຫວັງວ່າ ຈະໄດ້ຮັບແຜນນະໂຍບາຍຈາກລັດຖະບານ ກໍຄື ຂໍ້ຕົກລົງສອງຝ່າຍກັບຕະຫຼາດທີ່ພວກເຮົາຜັນຂະຫຍາຍ, ສົ່ງເສີມຕ້ອນຮັບແຂກສາກົນ; ຮັບປະກັນໃຫ້ໜັງສືຜ່ານແດນວັກຊິນມີຄວາມລຸລ່ວງຈາກຕະຫຼາດທີ່ສົ່ງແຂກມາຮອດສະຖານທີ່ທ່ອງທ່ຽວ. ຜ່ານນັ້ນ, ຈະມີຂັ້ນຕອນຕ່າງໆ ໂດຍອີງໃສ່ຄຳແນະນຳກ່ຽວກັບຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ ແລະ ພິເສດແມ່ນການກຳນົດຕະຫຼາດຈຸດສຸມ ແລະ ກຸ່ມແຂກທ່ອງທ່ຽວຈຸດສຸມໃຫ້ແກ່ນະຄອນ ດ່າໜັງ ໃນໄລຍະຈະມາເຖິງ.”

ຕອບກັບ

ຂ່າວ/ບົດ​ອື່ນ