ດ່າໜັງກຽມພ້ອມໃຫ້ກອງປະຊຸມລັດຖະມົນຕີໂທລະຄົມແລະເຕັກໂນໂລຢີຂໍ້ມູນຂ່າວສານອາຊຽນ2015

ດ່າໜັງກຽມພ້ອມໃຫ້ກອງປະຊຸມລັດຖະມົນຕີໂທລະຄົມແລະເຕັກໂນໂລຢີຂໍ້ມູນຂ່າວສານອາຊຽນ2015 - ảnh 1
ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ
 ຫວຽດນາມ ​ເຮັດ​ວຽກ​ກັບ​ການ​ນຳ​ນະຄອນ ດ່າ​ໜັງ
(ພາບ: ອິນເຕີແນດ)

(vovworld) ຕອນ​ບ່າຍ​ວັນ​ທີ 26/10, ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ ຫວຽດນາມ ​ເຮັດ​ວຽກ​ກັບ​ການ​ນຳ​ນະຄອນ ດ່າ​ໜັງ ກ່ຽວ​ກັບ​​ແຜນການ​ຈັດ​ຕັ້ງ​ກອງ​ປະຊຸມ​ລັດຖະມົນຕີ​ໂທລະ​ຄົມ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ອາ​ຊຽນ ຄັ້ງ​ທີ 15 ຈະດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 23 – 27/11 ຢູ່​ນະຄອນ​ນີ້. ກອງ​ປະຊຸມ​ລັດຖະມົນຕີໂທລະ​ຄົມ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ອາ​ຊຽນ ​ໄດ້​ຈັດ​ຕັ້ງ​​ປະຈຳ​​ໄລຍະຕາມ​ກົນ​ໄກ​ຜັດປ່ຽນ​ກັນ. ກອງ​ປະຊຸມ​ປີ 2015 ​ໂດຍ ຫວຽດນາມ ​ເປັນປະ​ເທດ​ເຈົ້າພາບຈັດຕັ້ງ ຄາ​ດວ່າ​ຈະ​ມີ 10 ປະ​ເທດ​ສະມາຊິກ​ ອາ​ຊຽນ​ ​ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຄື: ຍີ່​ປຸ່ນ, ສ.​ເກົາຫຼີ, ຈີນ, ອິນ​ເດຍ, ສະຫະພັນ​ໂທລະ​ຄົມ​ໂລກ ​ແລະ ສະຫະພັນ ​ເອີຣົບ ​ເຂົ້າ​ຮ່ວມ. ບັນດາ​ຜູ້​ແທນ​ຈະ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ບັນດາ​ລາຍການ, ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ກ່ຽວ​ກັບ​ໂຄງ​ລ່າງ​ສື່ສານ, ​ໂດຍ​ຜ່ານ​ບັນດາ​ຂໍ້​ສະ​ເໜີ​ຢ່າງ​ລະອຽດ, ພ້ອມ​ທັງ​​ວາງ​ແຜນການ​ບັນດາທິດ​ທາງຮ່ວມ​ມື​ໃໝ່​ໃນ​ອະນາຄົດ​ກັບ​ປະ​ເທດ​ຄູ່ເຈລະຈາ​ຕ່າງໆ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ວິຊາ​ສະ​ເພາະ. ທ່ານ ຫງວຽນ​ແທ່ງ​ຮື​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໃຫ້​ຮູ້​ວ່າ:

        “ຜູ້​ແທນ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​​ໂທລະ​ຄົມ ​ແລະ ​​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ອາ​ຊຽນ ​ຫລາຍ​ຄົນ ​ໄດ້​ເຂົ້າ​ຮ່ວມ​​ກອງ​ປະຊຸມ​ໂທລະ​ຄົມ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານຕ່າງໆ ​ຢູ່ ດ່າ​ໜັງ ​ໂດຍພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງ. ​ສະ​ນັ້ນ ພວກ​ເຂົາ​ກໍ່​ສະ​ເໜີ​ ຖ້າຫາກ ຫວຽດນາມ ຈັດ​ຕັ້ງ​​ກອງ​ປະຊຸມ​ລັດຖະມົນຕີ​ໂທລະ​ຄົມ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານຄັ້ງ​ນີ້ ຂໍໃຫ້​ຈັດ​ຕັ້ງ​ຢູ່ ດ່າ​ໜັງ. ຂ້າພະ​ເຈົ້າ ຄິດ​ວ່າດ່າ​ໜັງ ​ແມ່ນ​ນະຄອນ​ມີ​ມາດຕະຖານ​ອັນ​ຄົບ​ຖ້ວນ ​ເພື່ອ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​​ໃຫຍ່”.

 

 

ຂ່າວ/ບົດ​ອື່ນ