ດາໜັງກຽມພ້ອມໃຫ້ແກ່ການແຂ່ງຂັນແລ່ນ ມາລາທອນ ສາກົນ

(VOVWORLD) - ຄູ່ຮ່ວມມືສິ່ງແວດລ້ອມ Evergreen Labs ໄດ້ຈັດຕັ້ງການເຄື່ອນໄຫວເພື່ອຊຸມຊົນ “Clean run” (I RUN GREEN) ຂຶ້ນ...

ໃນວັນທີ 05 ສິງຫາ, ເພື່ອກະກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນແລ່ນ ມາລາທອນ ສາກົນ ດາໜັງ 2018, ຄູ່ຮ່ວມມືສິ່ງແວດລ້ອມ Evergreen Labs ໄດ້ຈັດຕັ້ງການເຄື່ອນໄຫວເພື່ອຊຸມຊົນ “Clean run” (I RUN GREEN) ຂຶ້ນ.

ຈຸດປະສົງຂອງການເຄື່ອນໄຫວນີ້ແມ່ນເພື່ອແນໃສ່ໂຄສະນາ ແລະ ຮຽກຮ້ອງໃຫ້ປະຊາຊົນ ຫຼຸດຜ່ອນປະລິມານຂີ້ເຫຍື້ອປະເພດຢາງເສດເຫຼືອອອກສູ່ສິ່ງແວດລ້ອມ. ໂດຍມີນັກກິລາ, ຜູ້ອາສາສະໝັກທັງພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 100 ຄົນ  ມີໜ້າຢູ່ເຂດທ່າເຮືອຫາປາ ຖໍ້ກວາງ, ເມືອງ ເຊິນຈ່າ, ນະຄອນ ດາໜັງ ເພື່ອເຂົ້າຮ່ວມເກັບມ້ຽນຂີ້ເຫຍື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ