ດ່າໜັງມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ​ໃໝ່ຕື່ມ​ອີກ 12 ຄົນ

(VOVWORLD) -ນັບແຕ່ເວລາ 18 ໂມງຂອງວັນທີ 31 ກໍລະກົດ ຫາ ເວລາ 6 ໂມງເຊົ້າຂອງວັນທີ 01 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ໃນຊຸມຊົນຕື່ມອີກ 12 ຄົນ, ໃນນັ້ນ 5 ຄົນແມ່ນຢູ່ແຂວງກວ໋າງນາມ.
ດ່າໜັງມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ - 19 ​ໃໝ່ຕື່ມ​ອີກ 12 ຄົນ - ảnh 1ໄລ່ຮອດຕອນເຊົ້າວັນທີ 01 ສິງຫາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 558 ຄົນ (ພາບ: ກະຊວງສາທາລະນະສຸກ)

        ຕາມແຫຼ່ງຂ່າວຈາກຄະນະກໍາມະການຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 31 ກໍລະກົດ ຫາ ເວລາ 6 ໂມງເຊົ້າຂອງວັນທີ 01 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ໃນຊຸມຊົນຕື່ມອີກ 12 ຄົນ, ໃນນັ້ນ 5 ຄົນແມ່ນຢູ່ແຂວງກວ໋າງນາມ.

        ເປັນອັນວ່າໄລ່ຮອດຕອນເຊົ້າວັນທີ 01 ສິງຫາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 558 ຄົນ, ໃນນັ້ນ ມີ 302 ຄົນແມ່ນກັບມາຈາກຕ່າງປະເທດ ແລະ ໄດ້ປະຕິບັດການແຍກຕົວໃນທັນທີ, ສ່ວນຜູ້ຕິດເຊື້ອໃໝ່ຈໍານວນ 116 ຄົນ ລ້ວນແຕ່ມີສ່ວນກ່ຽວຂ້ອງເຖິງນະຄອນດ່າໜັງ   ນັບແຕ່ວັນທີ 25 ກໍລະກົດ ຈົນມາຮອດປັດຈຸບັນ.

        ຕາມການລາຍງານຈາກອະນຸກໍາມະການປິ່ນປົວ, ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ແລ້ວ, ໄລ່ຮອດຈຸດເວລານີ້, ມີ 373/558    ກໍລະນີຕິດເຊື້ອຢູ່ຫວຽດນາມ ແມ່ນໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 3 ກໍລະນີເສຍຊີວິດ ຍ້ອນພວກກ່ຽວມີພະຍາດປະຈໍາຕົວເປັນມະເຮັງເລືອດ, ໝາກໄຂ່ຫຼັງຊຸດໂຊມ ແລະ ປອດອັກເສບ.


ຕອບກັບ

ຂ່າວ/ບົດ​ອື່ນ