ດ່າໜັງແມ່ນະຄອນທ່ອງທ່ຽວສຸດຍອດ

ດ່າໜັງແມ່ນະຄອນທ່ອງທ່ຽວສຸດຍອດ - ảnh 1
ທ່ານ ຮີ​ງ ດຶກເທີ ແລະ ທ່ານ Robert Fico
(ພາບ: VGP/ຮົ່ງແຮ້ງ)

(vovworld) –​​ ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ. ວັນ​ທີ 19/07 ທ່ານ​ນາຍົກລັດຖະມົນຕີ ສ.ສະ​​ໂລ​ວາ​ກີ Robert Fico ​ໄດ້​ໄປ​ຢ້ຽມຢາມ​ນະຄອນ ດ່າ​ໜັງ. ທີ່​ການ​ຕ້ອນຮັບ, ທ່ານ ຮີ​ງ ດຶກເທີ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ໜັງ​ ​ໃຫ້​ຮູ້​ວ່າ: ດ່າ​ໜັງ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ກັບ​ນະຄອນ Kosice ຂອງ ສະ​ໂລ​ວາ​ກີ ​ໃນ​​ເດືອນ 4/2015, ປະທານ​ຄະ​ນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ໜັງ ສະ​ເໜີທ່ານ​ນາຍົກລັດຖະມົນຕີ ສະ​​ໂລ​ວາ​ກີ Robert Fico ສະໜັບສະໜູນການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ທ້ອງ​ຖິ່ນ, ພ້ອມ​ທັງ​ສ້າງ​ບັນດາ​ກົນ​​ໄກ​ສົ່ງ​ເສີມ, ຊ່ວຍ 2 ທ້ອງ​ຖິ່ນ​ໄດ້​ແລກປ່ຽນ​ບັນດາ​ໂຄງການ​ຮ່ວມ​ມື​ລະອຽດ. ນະຄອນ ດ່າ​ໜັງ ຈະ​ສືບ​ຕໍ່​ແລກປ່ຽນ​ກັບ​ນະຄອນ Kosice ກ່ຽວ​ກັບ​ວິທີ​ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ຄື​: ການ​ຄ້າ, ການ​ລົງທຶນ, ການທ່ອງ​ທ່ຽວ, ວັດທະນະທຳ, ການ​ສຶກສາ. ທ່ານ​ນາຍົກລັດຖະມົນຕີ Robert Fico ກໍ່​ສະໜັບສະ​ນູນບັນດາ​ຂົງ​ເຂດ​ເຊິ່ງນະຄອນ ດ່າ​ໜັງ ມີ​ຄວາມ​ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ສະ​ໂລ​ວາ​ກີ


ຂ່າວ/ບົດ​ອື່ນ