ດຳລັດຂອງລັດຖະບານແນະນຳການປະຕິບັດລັດຖະບັນຍັດກ່ຽວກັບການເຫລື້ອມໃສສາສະຫນາ

ດຳລັດຂອງລັດຖະບານແນະນຳການປະຕິບັດລັດຖະບັນຍັດກ່ຽວກັບການເຫລື້ອມໃສສາສະຫນາ - ảnh 1
ພາບປະກອບ:internet

(vovworld)- ວັນ​ທີ 3/1 ຢູ່ ນະຄອນ ​ເກີນ​ເທີ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​​ແນະນຳ​ດຳລັດ​ເລກທີ 92 ຂອງ​ລັດຖະບານ, ກຳນົດ​ມາດ​ຕະການ​ປະຕິບັດ​ ລັດຖະບັນຍັດ​ກ່ຽວ​ກັບ​ການ​ເຫລື້​ອມ​ໃສ​ສາສະຫນາ​ໃຫ້​ແກ່​ບັນດາ​ອົງການ​ສາສະຫນາ, ນັກບວດ, ຍົດ​ຖາ​ບັນດາສັກ ​ແລະ ສາສະ​ນິກະ​ຊົນ​ຂອງ​ບັນດາ​ແຂວງ, ນະ​ຄອນຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ດຳລັດ​ສະບັບ​ດັ່ງກ່າວ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ເຫລື້ອມ​ໃສ, ອົງການ​ສາສະຫນາ, ການ​ເຄ່ືອນ​ໄຫວ​ສາສະຫນາ​ຂອງ​ສາສະ​ນິກະ​ຊົນ, ນັກບວດ, ຍົດ​ຖາບ​ັນດາ​ສັກ, ຄວາມ​ຮັບຜິດຊອບ​ຂອງ​ອົງການ​ລັດ​ໃນ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫ​ວທາງ​ສາສະຫນາ, ການ​ເຫລື້ອມ​ໃສ. ກ່ຽວກັບ​ສິດ​ເສ​ລິ​ໃນ​ການ​ເຊື່ອ​ຖື​ສາສະຫນາຂອງ​ພົນລະ​ເມືອງ, ດຳລັດ​ສະ​ບັບດັ່ງ​ກ່າວ​ໄດ້​ຊີ້​ແຈງ​ວ່າ: ລັດ ຫວຽດນາມ ​ເຄົາລົບ ​ແລະ​ຮັບປະກັນ​ສິດ​ເສລີ​ໃນ​ການ​ເຫລື້​ອມ​ໃສສາສະຫນາ, ການ​ເຊື່ອ​ຖື ຫລື​ບໍ່​​ເຊື່ອ​ຖື​ສາສະຫນາ​ໃດ​ຫນຶ່ງ​ຂອງ​ພົນລະ​ເມືອງ, ​ເດັດຂາດ​ບໍ່​​ມີ​ຜູ້​ໃດ​ລະ​ເມີດ​ເຖິງ​ສິດ​ເສລີ​ນັ້ນ. ຫ້າມ​ການ​ບັງຄັບ​ພົນລະ​ເມືອງ​​ເຊື່ອ​ຖື, ປະລະ​ສາສະຫນາ ຫລື ສວຍ​ໃຊ້​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ເພື່ອ​ທຳລາຍ​ສັນຕິພາບ, ​ເອກະລາດ, ​ເອກະ​ພາບ​ຂອງ​ປະ​ເທ​ດຊາດ.

 

ຂ່າວ/ບົດ​ອື່ນ