ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ ບັນດາ ສສຊ

(vovworld) - ຕອນ​ເຊົ້າ​ວັນທີ່ 13/6, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ Nguyen Sinh Hung ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ສະພາ​ແຫ່ງ​ຊາດ​ດຳເນີນວາລະ​ຊັກ​ຖາມຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຕໍ່​ບັນດາ​ສະມາຊິກ​ລັດຖະບານ​ກ່ຽວ​ກັບ​ບາງ​ບັນຫາ​ຊຶ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ພວມ​ສົນ​ໃຈ. ສະມາຊິກ​ລັດຖະບານ 5 ທ່ານ ​ເຂົ້າ​ຮ່ວມ​ການ​ຕອບ​ຄຳ​ຊັກ​ຖາມ ນັ້ນ​ແມ່ນ: ທ່ານ Nguyen Xuan Phuc ຮອງ​ນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ 4 ທ່ານ. ວັນທີ່ 13/6, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ Bui Quang Vinh ​ແລະ ທ່ານລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ  Nguyen Minh Quang ​ໄດ້ຕອບ​ຄຳ​ຊັກ​ຖາມ​ຂອງ ສສຊ.

        ​ແຜນ​ຮ່າງ​ສັງ​ລວມສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ ສສຊ ​ເມື່ອ​ຊັກ​ຖາມທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ Bui Quang Vinh. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ​ລັດຖະມົນຕີ​ Bui Quang Vinh ​ໃຫ້​ຮູ້​ວ່າ.

ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ ບັນດາ ສສຊ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ລົງທຶນ Bui Quang Vinh
( ພາບ: thanhnien.com.vn )

     “ນີ້​ແມ່ນ​ແຜນ​ຮ່າງ​ສັງ​ລວມ. ພາຍຫຼັງ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ, ລັດຖະບານ​ຈະ​ມອບ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງຖິ່ນຕ່າງ​ໆສ້າງ​ບັນດາ​ແຜນ​ຮ່າງ ພາກສ່ວນ. ກອນ​ອື່ນ​ໝົດ, ລັດຖະບານ​ໄດ້ສ້າງບັນດາ​ແຜນ​ຮ່າງພາກສ່ວນ​ແມ່ນ ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ, ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​​ຕະຫຼາດການເງິນ, ຫຼັກຊັບ, ແຜນ​ຮ່າງ​ສ້າງ​ໂຄງ​ປະກອບລັດ​ວິ​ສາ​ຫະກິດ​ຄືນ​ໃໝ່. ພວກ​ເຮົາ​ຄວນ​ເລືອກ​ເຟັ້ນບັນດາ​ບັນຫາ​ຈຸດ​ສຸມ ​ເຖິງ​ວ່າ​ທຸກ​ຂົງ​ເຂດ​ລ້ວນ​ແຕ່​ຈຳ​ເປັນໄດ້​ຮັບ​ການ​ຜັນ​ຂະຫຍາຍ”.

     ສຳລັບ​ການ​ປ້ອງ​ກັນ​ຕ້າ​ນສໍ້ລາດບັງ​ຫຼວງ​ໃນ​ການ​ລົງທຶນ​ຂອງ​ລັດ, ການ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງທຶນ ODA, FDI, ທ່ານ​ລັດຖະມົນຕີ​ Bui Quang Vinh ຢັ້ງຢືນ​ວ່າ, ທາງ​ກະຊວງຈະ​ສົມທົບ​ກັນບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​​ໃນ​ການ​ຄຸ້ມ​ຄອງ​ແຫຼ່ງທຶນ​ນີ້ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ; ພ້ອມ​ທັງ​ຕັ້ງໜ້າ​ຕໍ່ສູ້​ປ້ອງ​ກັນ ​ແລະ ຕ້ານ​ສໍ້​ລາດ​ບັງ​ຫຼວງ, ປະຕິບັດວິ​ໄນບັນດາ​ການກະທຳ​ລະ​ເມີດ​ຢ່າງ​ເຂັ້ມ​ງວດ. ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ເສດຖະກິດ - ສັງຄົມປີ 2012 ​ໃຫ້​ສຳ​ເລັດ, ທ່ານລັດຖະມົນຕີ Bui Quang Vinh ​ໃຫ້​ຮູ້​ບຸລິມະສິດ​ໃນ​ຕໍ່ໜ້າ​ແມ່ນ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບປະກັນ​ຊີວິດ​ສັງ​ຄົມ ​ແລະ ຮັກ​ສາລະ​ດັບ​ເຕີບ​ໂຕ GDP ຢ່າງ​ເໝາະ​ສົມ.

 

ດຳເນີນວາລະຊັກຖາມ ແລະ ຕອບຄຳຊັກຖາມ ບັນດາ ສສຊ - ảnh 2
ທ່ານ Nguyen Minh Quang ລັດຖະມົນຕີ​
ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ
ພາບ: baomoi.com

        ສ່ວນບັນດາ​ຄຳ​ຖານ​ສຳລັບທ່ານ Nguyen Minh Quang ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ແມ່ນ​ກ່ຽວ​ຂ້ອງ​ເຖິງ​ການ​ຄຸ້ມ​ຄອງ​ທີ່​ດິນ, ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຖອນ​ທີ່​ດິນ​ຄືນ, ການຊົດ​​ເຊີຍ​ເມື່ອ​ບຸກ​ເບີກ​ຫນ້າ​ພຽງ, ການປົກ​ປັກ​ຮັກສາ​ປ່າ, ​ແກ້​ໄຂ​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ​ຢູ່​ບັນດາ​ໝູ່​ບ້ານ​ຫັດຖະກຳ. ກ່ຽວ​ກັບ​ບັນຫາ​ໃບ​ສະ​ເຫ​ນີ, ຮ້ອງ​ທຸກ, ກ່າວ​ຟ້ອງ ກ່ຽວ​ກັບ​ທີ່​ດິນ, ທ່ານ​ລັດຖະມົນຕີ Nguyen Minh Quang ຖື​ວ່າ: ນີ້​ແມ່ນ​ບັນຫາ​ສັບສົນທີ່ສຸດ ພວມ​ໄດ້​ຮັບຄວາມ​ສົ​ນ​ໃຈ​ເປັນ​ພິ​ເສດ ຈາກຫາງສຽງຊຶ່ງ​ສາຍ​ເຫດ​ຕົ້ນຕໍ​ແມ່ນ​ຄວາມ​ຂັດ​ແຍ້ງກັນລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ລັດ, ຜົນ​ປະ​ໂຫຍ​ດຂອງ​ເຈົ້າ​ຂອງ​ລົງທຶນ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຜູ້​ຖືກ​ຖອນທີ່​ດິນຄືນຫລືການຊົດ​ເຊີຍ. ທ່ານ Nguyen Minh Quang ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໃຫ້​ຮູ້​ວ່າ: ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​​ເສນາ​ທິການ​ໃຫ້​ແກ່​ລັດຖະບານ ​ແລະ ລັດຖະບານ​ປະກາດ​ໃຊ້​ດຳລັດເລກທີ 69 ​ເພື່​ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ແລ້ວ. ທ່ານ​ກ່າວ​ວ່າ:

        “ພາຍຫລັງ​ມີ​ດຳລັດເລກທີ 69  ວຽກ​ງານ​ຊົດ​ເຊີຍ, ບຸກ​ເບີກ​ຫນ້າ​ພຽງ​ມີ​ບາດກ້າວ​ດີ​ພໍ​ສົມຄວນ​ແລ້ວ. ຂ້າພະ​ເຈົ້າ​ຖື​ວ່າ: ຜົນ​ໄດ້​ຮັບນັ້ນ​ແມ່ນ ບັນຫາ​ທີ່​ປະຊາຊົນ​ພວມ​ສົນ​ໃຈ​​ໃນ​ປະຈຸ​ບັນໄດ້​ຮັບ​ການ​​ແກ້​ໄຂ​ໂດຍ​ພື້ນຖານ,​​ ​ໃນ​ນັ້ນ​ມີ​ຄ່າ​ທີ່​ດິນ, ການ​ຊົດ​ເຊີຍ ​ແລະ ຫນູ​ນຊ່ວຍ. ສິດຜົນປະ​ໂຫຍ​ດຂອງ​ຜູ້​​ຖືກ​ຖອນ​ທີ່ດິນຄືນ​ນັ້ນ ​ເມື່ອ​ທຽບ​ກັບ​ກ່ອນ​ນີ້​ແມ່ນໄດ້​ຮັບ​ການ​​ແກ້​ໄຂ​ດີ​ກວ່າແລ້ວ, ປະຊາຊົນ​ກໍ​ສະຫນັບສະຫນູນ​ກວ່າ.  ບັນດາ​ທ້ອງ​ຖິ່ນ​ໄດ້​ພະຍາຍາມ​ໃນ​ການ​ສຸມ​ໃສ່​ແກ້​ໄຂ​ໃບ​ຮ້ອງທຸກ ກ່າວ​ຟ້ອງ ຕາມ​ການ​ກຳນົດ​ຂອງ​ກົດໝາຍ.

        ກ່ຽວຂ້ອງ​ເຖິງ​ສະພາບ​ມົນ​ລະ​ພິດ​ສິ່​ງ​ແວດ​ລ້ອມ​ຢູ່​ບັນດາລ່ອງ​ແມ່​ນ້ຳ,ບັນດາ​ໝູ່​ບ້ານ​ຫັດຖະກຳ, ​​ໄພ​ທຳລາຍ​ປ່າ, ທ່ານ ລັດຖະມົນຕີ​  Nguyen Minh Quang ຍອມຮັບ​ວ່າ ສະພາບ​ການ​ນີ້​ຍັງ​ຄົງ​​ເກີດ​ຂຶ້ນ​ຢູ່​ຫລາຍ​ທ້ອງ​ຖິ່ນ ກາຍ​ເປັນ​ບັນຫາ​​ເຮັ່ງ​ຮ້ອນ​​ໃນຫາງ​ສຽງ​ ​ສັງຄົມ. ​ເພື່ອ​ແກ​້​ໄຂ​ບັນຫາ​ນີ້​ຢ່າງ​ເດັດຂາດ, ຕາມ ທ່ານ ລັດຖະມົນຕີ​  Nguyen Minh Quang ​ແລ້ວ ຄວນມີ​ການ​ເຂົ້າ​ຮ່ວມ​ປະຕິບັດ​ຢ່າງ​ຂ້ຽວຂາດລະຫວ່າງ​ກະຊວງ ​ແລະ ບັນດາ​ທ້ອງ​ຖິ່ນ​.

ຂ່າວ/ບົດ​ອື່ນ