ດ້ຽນ​ບຽນ ໄຂ​ງານ​ບຸນດອກ​ບານ

(VOVWORLD) -ໃນເວລາ 20 ໂມງຂອງວັນທີ 13 ມີນາ, ຢູ່ສະໜາມຫຼວງ ວັນທີ 7 ພຶດສະພາ, ນະຄອນ ດ້ຽນບຽນຝູ, ແຂວງດ້ຽນບຽນ ໄດ້ໄຂງານບຸນດອກບານ ປີ 2022.
ດ້ຽນ​ບຽນ ໄຂ​ງານ​ບຸນດອກ​ບານ - ảnh 1ພິທີໄຂງານບຸນດອກບານປີ 2022 ຖືກຈັດຂຶ້ນຢູ່ສະໜາມຫຼວງວັນທີ 7 ພຶດສະພາ, ນະຄອນ ດ້ຽນບຽນຝູ

ໃນພິທີໄຂມີຫຼາຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ດ້ວຍຫົວຂໍ້ “ຍິບຍັບກັບດອກບານ”. ຕາມຄະນະຈັດຕັ້ງແລ້ວ, ພາຍຫຼັງຖືກໂຈະໄວ້ຍ້ອນໂລກລະບາດໂຄວິດ - 19, ງານບຸນດອກບານ 2022 ກໍເລີ່ມເຄື່ອນໄຫວດ້ວຍພິທີໄຂດ້ວຍຂອບຂະໜາດໃຫຍ່ກວ່າ ແລະ ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນກວ່າ ນັບທັງດ້ານສິລະປະ, ແສງ, ສີ, ສຽງ. ສິ່ງດັ່ງກ່າວໄດ້ສ້າງຄວາມປະທັບໃຈຢ່າງໃຫຍ່ຫຼວງແກ່ຜູ້ຊົມ ແລະ ດຶງດູດແຂກທ່ອງທ່ຽວມາທ່ຽວຊົມເປັນຈຳນວນຫຼາຍ.

ໃນທ່າມກາງບັນຍາກາດຂອງງານບຸນ, ໃນຕອນເຊົ້າວັນທີ 13 ມີນາ, ກໍໄດ້ດຳເນີນພິທີໄຂງານວາງສະແດງດ້ວຍຫົວຂໍ້ “ເດີນຕາມຮ່ອງຮ່ອຍຂອງທ່ານພົນເອກ” ຢູ່ຫໍພິພິໄຊຊະນະປະຫວັດສາດ ດ້ຽນບຽນຝູ. ງານວາງສະແດງໄດ້ແກ່ຍາວຮອດວັນທີ 25 ເມສາ 2022 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ