ຕົກລົງການດຶງດູດລົງທຶນເພື່ອແນໃສ່ພັດທະນາເປີດກ້ວາງການຜະລິດອາລູມີນຽມ

ຕົກລົງການດຶງດູດລົງທຶນເພື່ອແນໃສ່ພັດທະນາເປີດກ້ວາງການຜະລິດອາລູມີນຽມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຮັດ​ວຽກ​ຢູ່​ແຂວງ ເລີມ​ດົ່ງ
(ພາບ: ÐỨC TÁM (TTXVN)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 10/2, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ລັດ​ຖະ​ບານ​ໄດ້​ລົງ​ກວດ​ກາ​ຄວາມ​ຄືບ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ ອາ​ລູ​ມີ​ນຽມ ຂອງ​ໂຄງ​ການ Bauxit – ອາ​ລູ​ມີ​ນຽມ ເລີມ​ດົ່ງ ຢູ່​ເມືອງ ບ໋າວ​ເລີມ, ແຂວງ ເລີມ​ດົ່ງ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ໃຫ້​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ,  ບໍ​ລິ​ສັດ ອາ​​ລູ​ມີ​ນຽມ ເລີມ​ດົ່ງ ສືບ​ຕໍ່​ການມອບ​ຮັບ ແລະ ​ນຳ​ໂຮງ​ງານ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປອດ​ໄພ, ພ້ອມ​ທ​ັງ​ຍົກ​ລະ​ດັບ​ການ​ຜະ​ລິດ​ຂອງ​ໂຮງ​ງານ​ຖືກ​ກັບ​ຄວາມ​ຄືບ​ໜ້າ, ຍູ້​ແຮງ​ການ​ສົ່ງ​ເສີມ​ການ​ຄ້າ, ເປີດ​ກ້​ວາງ​ຕະຫຼາ​ດຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ດ້ວຍ​ລາ​ຄາ​ສູງ​ສຸດ. ພິ​ເສດ, ຕ້ອງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສິ່ງ​ແວດ​ລ​້ອມ​ຢ່າງ​ເດັດ​ຂາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຮ​ຽກ​ຮ້ອງ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ, ບໍ​ລິ​ສັດ ອາ​​ລູມີ​ນຽມ ເລີມ​ດົ່ງ ເບິ່ງ​ແຍງ​​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ໃຫ້​ແກ່​ພະ​ນັກ​ງານ, ພາ​ລະ​ກອນ ແລະ ຜູ້​ອອກ​ແຮງ​ງານ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ, ສືບ​ຕໍ່​ປະ​ຕິ​ບັດ​ວຽກ​ງານ​ຮັ​ບ​ປະ​ກັນ​ຄວາມ​ສ​ະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທັງ​ຢູ່​ພາຍ​ໃນ ແລະ ນອກ​ໂຮງ​ງານ. ບົນ​ພື້ນ​ຖານ​ໝາກ​ຜົນ​ເບື້ອງ​ຕົ້ນ​ເຊິ່ງ​ໂຄງ​ການ​ນຳ​ມາ​ໃຫ້​ທັງ​ປະ​ສິດ​ທ​ິ​ຜົນ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ ແລະ ຮັບ​ປະ​ກັນ​ສິ່ງ​ແວດ​ລ້ອມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕົກ​ລົງ​ແຜນ​ນະ​ໂຍ​ບາຍ​ຫັນ​ເປັນ​ຫຸ້ນ​ສ່ວນ​ບໍ​ລິ​ສັດ​ຈຳ​ກັດ​ຜູ້​ດ່ຽວ ອາ​ນູ​ມີ​ນຽມ ເລີມ​ດົ່ງ ເພື່ອ​ແນ​ໃສ່​ດຶງ​ດູດ​ນັກ​ລົງ​ທຶນ​ຍຸດ​ທະ​ສາດ​ເພື່ອ​ເປີດ​ກ້​ວາງ​ພັດ​ທະ​ນາ​ຕາມ​ທິດ​ຜະ​ລິດ ອາ​​ລູ​ມີ​ນຽມ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ ອາ​ລູມີ​ນຽມ.

 


ຕອບກັບ

ຂ່າວ/ບົດ​ອື່ນ