ຕົກລົງເປີດປະຕູໃຫ້ແກ່ນັກທ່ອງທ່ຽວສາກົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບມືຢ່າງມີໄຫວພິບ, ພັດທະນາເສດຖະກິດ-ສັງຄົມ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກຂີດໝາຍວັນທີ 15 ມີນາ ບໍ່ພຽງແຕ່ຢຸດຢູ່ເລື່ອງເປີດປະຕູດ້ານການທ່ອງທ່ຽວເທົ່ານັ້ນ, ຫາກແທ້ຈຶງແລ້ວແມ່ນ ຫວຽດນາມ ເປີດປະຕູການພົວພັນແລກປ່ຽນ
ຕົກລົງເປີດປະຕູໃຫ້ແກ່ນັກທ່ອງທ່ຽວສາກົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບມືຢ່າງມີໄຫວພິບ, ພັດທະນາເສດຖະກິດ-ສັງຄົມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

ກອງປະຊຸມຜັນຂະຫຍາຍການເປີດປະຕູດ້ານການທ່ອງທ່ຽວສາກົນຢ່າງປອດໄພ, ມີປະສິດທິຜົນ ເຊິ່ງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດຈັດຂຶ້ນ ໃນຕອນຄ່ຳວັນທີ 15 ມີນາ ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ດຳເນີນແບບໂດຍກົງສົມທົບກັບທາງໄກ ແລະ ເຊື່ອມຕໍ່ກັບບາງທ້ອງຖິ່ນຢູ່ພາຍໃນປະເທດ ແລະ 94 ສະຖານທູດ, ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກຂີດໝາຍວັນທີ 15 ມີນາ ບໍ່ພຽງແຕ່ຢຸດຢູ່ເລື່ອງເປີດປະຕູດ້ານການທ່ອງທ່ຽວເທົ່ານັ້ນ, ຫາກແທ້ຈຶງແລ້ວແມ່ນ ຫວຽດນາມ ເປີດປະຕູການພົວພັນແລກປ່ຽນ, ການແລກປ່ຽນການຄ້າສາກົນຄືນໃໝ່ຢ່າງເປັນທາງການ ຄືກັບຈຸດເວລາທີ່ຍັງບໍ່ທັນເກີດໂລກລະບາດໂຄວິດ-19, ແຕ່ໄດ້ຕິດແນນບາງມາດຕະການໄປພ້ອມແກ້ໄຂດ້ວຍຈິດໃຈຄຸ້ມຄອງ, ຄວບຄຸມຄວາມສ່ຽງ ແລະ ຮັບປະກັນຄວາມປອດໄພໃຫ້ທຸກຄົນ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ເລື່ອງຕົກລົງເປີດປະຕູໃຫ້ແກ່ນັກທ່ອງທ່ຽວສາກົນຢ່າງເປັນທາງການຄືນໃໝ່ ນັ້ນແມ່ນຂັ້ນຕ້ອນການລະມັດລະວັງ ແລະ ເມື່ອເປີດປະຕູແລ້ວຂັ້ນຕອນການຟື້ນຟູຂະແໜງທ່ອງທ່ຽວຈະບໍ່ດຳເນີນໄປຢ່າງໄວ ແລະ ຈະຕ້ອງເສຍເວລາ 2-3 ເດືອນ ຫຼື ຫຼາຍກວ່າອີກ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ຢ້ຳຄືນຈິດໃຈຊີ້ນຳຂອງລັດຖະບານ ແລະ ນາຍົກລັດຖະມົນຕີແມ່ນ ບໍ່ຈຳແນກຊາວຕ່າງປະເທດກັບຊາວ ຫວຽດນາມ ໃນການປ້ອງກັນ ຕ້ານໂລກລະບາດ ແລະ ຍ້ອນເຫດນັ້ນ ນັກທ່ອງທ່ຽວເຂົ້າເມືອງຜ່ານສາຍການບິນ, ກ່ອນທີ່ຂຶ້ນເຮືອບິນຕ້ອງມີໃບຢັ້ງຢືນການວິໄຈ, ສະນັ້ນ ເມື່ອເຂົ້າເມືອງ ຫວຽດນາມ ແລ້ວຈະໄດ້ປະຕິບັດມາດຕະການດຽວກັນກັບປະຊາຊົນຢູ່ພາຍໃນປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍ່ຮຽກຮ້ອງໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ປະຊາຄົມວິສາຫະກິດ, ຄອບຄົວທີ່ເຮັດທຸລະກິດກ່ຽວກັບການທ່ອງທ່ຽວ ພ້ອມກັນຮ່ວມແຮງຮ່ວມໃຈເພື່ອກຳແໜ້ນກາລະໂອກາດເປີດປະຕູຢ່າງທັນການ ເພື່ອຟື້ນຟູຂະແໜງທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ