ຕໍ່ກຳນົດເວລາຄຳສັ່ງເກືອດຫ້າມການເຂົ້າເມືອງສຳລັບລົດຂົນສົ່ງມາຈາກ ອີຢູ, ອັງກິດ, ນອກແວ, ຢູແກຼນ

(VOVWORLD) - ຄຳສັ່ງໄດ້ປະກາດໃຊ້ແຕ່ປີ 2022 ຄືດັ່ງມາດຕະການໂຕ້ຕອບຂໍ້ຕົກລົງຂອງ ອີຢູ ເກືອດຫ້າມບັນດາລົດໃສ່ປ້າຍຂອງ ລັດເຊຍ ແລະ ເບລາຣຸດ ໄດ້ເຂົ້າເມືອງ.
ຕໍ່ກຳນົດເວລາຄຳສັ່ງເກືອດຫ້າມການເຂົ້າເມືອງສຳລັບລົດຂົນສົ່ງມາຈາກ ອີຢູ, ອັງກິດ, ນອກແວ, ຢູແກຼນ  - ảnh 1(ພາບປະກອບ: AFP/TTXVN)

        ລັດຖະບານ ລັດເຊຍ ໄດ້ຕໍ່ກຳນົດເວລາຄຳສັ່ງເກືອດຫ້າມການເຂົ້າເມືອງສຳລັບລົດເກັງມາຈາກ ສະຫະພາບເອີລົບ (ອີຢູ), ອັງກິດ, ນອກແວ, ຢູແກຼນ. ຕາມແຈ້ງການຂອງລັດຖະບານ ລັດເຊຍ ໃນສື່ສັງຄົມອອນລາຍ Telegram ວັນທີ 25 ທັນວາ, ຄຳສັ່ງເລີ່ມມີຜົນສັກສິດຈົນກວ່າຈະຮອດເວລາທີ່ປະເທດນີ້ປະກາດຂໍ້ຕົກລົງໝົດຜົນສັກສິດ.

        ຄຳສັ່ງໄດ້ປະກາດໃຊ້ແຕ່ປີ 2022 ຄືດັ່ງມາດຕະການໂຕ້ຕອບຂໍ້ຕົກລົງຂອງ ອີຢູ ເກືອດຫ້າມບັນດາລົດໃສ່ປ້າຍຂອງ ລັດເຊຍ ແລະ ເບລາຣຸດ ໄດ້ເຂົ້າເມືອງ. ເຖິງຢ່າງໃດກໍ່ຕາມ, ຄຳສັ່ງໄດ້ເກືອດຫ້າມເກືອບທຸກປະເພດສິນຄ້າ, ແຕ່ ລັດເຊຍ ກໍ່ຍົກອອກການຍົກເວັ້ນຈຳນວນໜຶ່ງ, ຄື: ໄປສະນີ, ຈົດໝາຍທາງການທູດ ແລະ ເຄື່ອງອຸປະຖຳມະນຸດສະທຳ, ພາຫະນະຂົນສົ່ງເຄື່ອງໜູນຊ່ວຍດ້ານເຕັກນິກ…

ຕອບກັບ

ຂ່າວ/ບົດ​ອື່ນ