ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ

(VOVWORLD) - ພາຍໃຕ້ການນຳພາຂອງພັກກອມມູນິດ ຈີນ, ປຊຊ ຈີນ ຈະປະຕິບັດເປົ້າໝາຍ “100 ປີຄັ້ງທີ 2” ຢ່າງມີໄຊ, ສ້າງປະເທດ ຈີນ ກາຍເປັນປະເທດສັງຄົມນິຍົມທັນສະໄໝ, ຮັ່ງມີ, ປະຊາທິປະໄຕ, ສີວິໄລ, ໄກ່ເກ່ຍປອງດອງ ແລະ ສວຍງາມ.
 ຕໍ່​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຮອບ​ດ້ານ ຫວຽດ​ນາມ-ຈີນ - ảnh 1

 ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກ່່າວຄຳເຫັນໃນເຫດການໜຶ່ງຈັດຂຶ້ນຢູ່ ປັງກິງ (ພາບ: VOV ປັງກິງ)

    ເນື່ອງໃນໂອກາດທ່ານເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄປຢ້ຽມຢາມປະເທດ ສາທາລະນະລັດ ປຊຊ ຈີນ ຢ່າງເປັນທາງການ, ທ່ານ ບຸ່ຍແທັງເຊີນ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີການຕ່າງປະເທດຫວຽດນາມ ມີບົດຂຽນລົງພິມໃນໜັງສືພິມ ເຢິນມິນຈືປາວ, ກະບອກສຽງຂອງພັກກອມມູນິດ ຈີນ.

   ບົດຂຽນໃຫ້ຮູ້ວ່າ, ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດ ຈີນ ບໍ່ພຽງແຕ່ແມ່ນເຫດການສຳຄັນຍິ່ງ ໃນຊີວິດດ້ານການເມືອງຂອງພັກ ແລະ ລັດ ຈີນ ເທົ່ານັ້ນ, ຫາກຍັງແມ່ນເຫດການໃຫ່ຍ, ດຶງດູດຄວາມສົນໃຈຈາກທົ່ວໂລກອີກດ້ວຍ. ໂດຍໄດ້ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດ ຈີນ, ປຊຊ ຈີນ ຈະປະຕິບັດເປົ້າໝາຍ “100 ປີຄັ້ງທີ 2” ຢ່າງມີໄຊ, ສ້າງປະເທດ ຈີນ ກາຍເປັນປະເທດສັງຄົມນິຍົມທັນສະໄໝ, ຮັ່ງມີ, ປະຊາທິປະໄຕ, ສີວິໄລ, ໄກ່ເກ່ຍປອງດອງ ແລະ ສວຍງາມ. ຍາມໃດ ຫວຽດນາມ ກໍ່ຈະສະໜັບສະໜູນ ຈີນ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນນັບມື້ນັບສຳຄັນ, ຕັ້ງໜ້າໃຫ້ແກ່ສັນຕີພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

 ບົດຂຽນເນັ້ນໜັກວ່າ, ຫວຽດນາມ ໄດ້ເຊື່ອໝັ້ນ ແລະ ຫວັງວ່າ, ການພົວພັນລະຫວ່າງ ຫວຽດນາມ-ຈີນ ຈະໄດ້ຕໍ່ກຳລັງໜູນໃໝ່ຢ່າງບໍ່ຢຸດຢັ້ງ, ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງ ປຊຊ ສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ເນື່ອງໃນໂອກາດນີ້, ມີໜັງສືພິມສາກົນໄດ້ລົງບົດຂຽນຕີລາຄາທີ່ໜ້າສົນໃຈກ່ຽວກັບການຢ້ຽມຢາມ.

        ໜັງສືພິມ People World, ມີສຳນັກງານຕັ້ງຢູ່ນະຄອນ ນິວຢອກ, ອາເມລິກາ ໄດ້ເອີ້ນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນເຫດການທາງການທູດທີ່ໜ້າສົນໃຈ, ສົ່ງສານສຳຄັນໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ຈຸດປະສົງຂອງການຢ້ຽມຢາມແມ່ນເພື່ອພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອລະຫວ່າງ 2 ຝ່າຍກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ.

        ສ່ວນໜັງສືພິມ Diplomat ຂອງອາເມລິກາ ກໍ່ມີລົງບົດຂຽນດ້ວຍຫົວຂໍ້ວ່າ “ການເດີນທາງໄປຢ້ຽມຢາມຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ: ຍົກໃຫ້ເຫັນຈຸດພົ້ນເດັ່ນຂອງສາຍພົວພັນພິເສດ ຫວຽດນາມ - ຈີນ”.

ຕອບກັບ

ຂ່າວ/ບົດ​ອື່ນ