ຕັກ​ເຕືອນ​ໃຫ້​ວິ​ສາ​ຫະ​ກິດ​ເປັນ​ເຈົ້າ​ການ​ໃນ​ແຜນ​ການ​ສົ່ງ​ອອກ​ໄປ​ຍັງ EAEU

(VOVWORLD) -ນັບແຕ່ວັນທີ 21 ຕຸລາ 2021, ຫວຽດນາມ ຈະບໍ່ໄດ້ຮັບບຸລິມະສິດ GSP ຂອງ ສະຫະພັນ ເສດຖະກິດ ອາຊີ - ເອີີຣົບ ຢ່າງເປັນທາງການ. 
ຕັກ​ເຕືອນ​ໃຫ້​ວິ​ສາ​ຫະ​ກິດ​ເປັນ​ເຈົ້າ​ການ​ໃນ​ແຜນ​ການ​ສົ່ງ​ອອກ​ໄປ​ຍັງ EAEU - ảnh 1(ພາບປະກອບ: TTXVN)

ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫາກໍມີຄຳຕັກເຕືອນວິສາຫະກິດ ຈົ່ງເປັນເຈົ້າການໃນການຂຶ້ນແຜນການສົ່ງອອກສິນຄ້າຂອງຕົນໄປຍັງ ສະຫະພັນເສດຖະກິດ ອາຊີ - ເອີີຣົບ (EAEU) ເຊິ່ງລວມມີ 5 ປະເທດ: ລັດເຊຍ, ເບລາຣຸດ, ກາຊັກສະຖານ, ອາກເມເນຍ ແລະ ກຽດກີສະຖານ. ຄຳຕັກເຕືອນດັ່ງກ່າວໄດ້ຍົກອອກມາ ພາຍຫຼັງກຸ່ມນີ້ດັດປັບບັນຊີລາຍຊື່ບັນດາປະເທດທີ່ໄດ້ຮັບບຸລິມະສິດກ່ຽວກັບພາສີອາກອນ ຕາມນະໂຍບາຍບຸລິມະສິດພາສີອາກອນເອກະພາບ GSP, ໃນນັ້ນ ມີ ຫວຽດນາມ.

        ຕາມນັ້ນແລ້ວ, ນັບແຕ່ວັນທີ 21 ຕຸລາ 2021, ຫວຽດນາມ ຈະບໍ່ໄດ້ຮັບບຸລິມະສິດ GSP ຂອງ ສະຫະພັນ ເສດຖະກິດ ອາຊີ - ເອີີຣົບ. ການປ່ຽນແປງດັ່ງກ່າວ ຈະສົ່ງຜົນກະທົບຢ່າງແຮງຕໍ່ບັນດາວິສາຫະກິດທີ່ມີການເຄື່ອນໄຫວສົ່ງອອກສິນຄ້າທີ່ພວມໄດ້ຮັບບຸລິມະສິດ GSP ໄປຍັງບັນດາປະເທດ UAE, ພິເສດ ແມ່ນ ລັດເຊຍ ເຊິ່ງເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ໃນກຸ່ມນີ້.


ຕອບກັບ

ຂ່າວ/ບົດ​ອື່ນ